ສະເປີ ພ້ອມຮ່ວມວົງຍາດ ຣາບິໂອ ຮ່ວມທີມ
ທ໊ອດແນມ ຮ໊ອດສະເປີ ຕົກເປັນຂ່າວພ້ອມຮ່ວມວົງຍາດ ອາເດຣີຍົງ ຣາບິໂອ ກອງກາງ ປາຣີສ ແຊງແຊກແມງ ຫລັງນັກເຕະຝຣັ່ງຈະໝົດສັນຍາກັບຕົ້ນສັງກັດໃນຈົບລະດູການນີ້ ແລະ ສາມາດເຈລະຈາໄດ້ຢ່າງອິດສະຫລະໃນເດືອນມັງກອນ ແຕ່ອາດຕ້ອງຍາດກັບອີກຫລາຍທີມທີ່ຢາກໄດ້ເຊັ່ນກັນ.
ດາວເຕະທີມຊາດຝຣັ່ງ ອາຍຸ 23 ປີ ຈະໝົດສັນຍາໃນຖິ່ນປາຣກ ເດສ ແພຣັງ ໃນຊຳເມີ້ປີໜ້າ ເຮັດໃຫ້ສາມາດເຈລະຈາກັບສະໂມສອນຕ່າງປະເທດໄດ້ຢ່າງອິດສະຫລະນັບແຕ່ເດືອນມັງກອນ ໂດຍ ເປແອສເຊ ໄດ້ຍື່ນຂໍ້ສະເໜີໃຫ້ ຣາບິໂອ ໄປຫລາຍຄັ້ງແຕ່ຖືກປະຕິເສດ.
ນອກຈາກ ສະເປີ ແລ້ວ ຣາບິໂອ ຍັງຕົກເປັນເປົ້າໝາຍຂອງຫລາຍສະໂມສອນຊັ້ນນຳຂອງເອີຣົບ ເຊິ່ງລວມທັງ ລິເວີພູລ ແລະ ບາເຊໂລນາ. ຂະນະທີ່ເດືອນກັນຍາຜ່ານມາ, ໂທມັດ ທູເຄິລ ຄູຝຶກ ເປແອສເຊ ໄດ້ອອກມາກ່າວຍ້ອງຍໍກອງກາງຄົນເກັ່ງ ແລະ ຫວັງວ່ານັກເຕະຈະຢູ່ກັບຕົ້ນສັງກັດຕໍ່ໄປ.