ເມສຊີ ຕັ້ງເປົ້າຄວ້າແຊ້ມ ຢູຟາ ມາຄອງໃຫ້ໄດ້
ລິໂອເນລ ເມສຊີ ກອງໜ້າຄົນເກັ່ງ ບາເຊໂລນາ ຕັ້ງເປົ້າຄວ້າແຊ້ມ ຢູຟາ ແຊມປ້ຽນລີກ ລະດູການນີ້ ຫລັງຫາກໍນຳທີມບຸກຊະນະ ທ໊ອດແນມ ຮ໊ອດສະເປີ ໃນວັນທີ 3 ຕຸລາ ແຕ່ຢືນຢັນ ບາເຊໂລນາ ຈະບໍ່ຍອມຖິ້ມແຊ້ມອື່ນໆເຊັ່ນກັນ ພ້ອມຍ້ອງຍໍຕົ້ນສັງກັດຫລິ້ນດີ ໂດຍສະເພາະເຄິ່ງທຳອິດຂອງເກມທີ່ເວມບລີ.
ລິໂອເນລ ເມສຊີ ຍອດຫົວຫອກກັບຕັນທີມ ບາເຊໂລນາ ສະໂມສອນຍັກໃຫຍ່ແຫ່ງ ລາ ລີກາ ສະເປນ ອອກມາກ່າວໃນວັນທີ 4 ຕຸລາວ່າ: ລາວຕ້ອງການຈະຄວ້າແຊ້ມຢູຟາ ແຊມປ້ຽນລີກ ມາຄອງໃຫ້ໄດ້ໃນລະດູການນີ້ ພາຍຫລັງຫາກໍໂຊຟອມເກັ່ງພາຕົ້ນສັງກັດບຸກຊະນະ ທ໊ອດແນມ ຮ໊ອດສະເປີ 4-2 ໃນເກມຮອບແບ່ງກຸ່ມ ທີ່ເວມບລີ ໃນວັນທີ 3 ຕຸລາ.
ບາຊາ ຖືກເຂ່ຍຕົກຮອບ 8 ທີມສຸດທ້າຍ ແຊມປ້ຽນລີກ ຕະຫລອດ 3 ລະດູການຫລັງສຸດ ແຕ່ພວກເຂົາກໍມີໂອກາດຈະເຮັດຜົນງານໄດ້ດີຂຶ້ນໃນລະດູການນີ້ ໂດຍຫລ້າສຸດ ເມສຊີ ຍິງໄປແລ້ວ 5 ປະຕູໃນຖ້ວຍຢູໂຣບປີນີ້ ແລະ ລາວຕັ້ງເປົ້າທີ່ຈະຄວ້າແຊ້ມລາຍການນີ້ມາຄອງໃຫ້ໄດ້ເປັນສະໄໝທີ 5 ຂອງຕົນເອງ ແຕ່ກໍເບິ່ງເຖິງການຊະນະເລີດໃນແຊ້ມອື່ນໆເຊັ່ນກັນ.