ລາວຈະປັບນະໂຍບາຍຕະຫລາດຫລັກຊັບ

- laksup - ລາວຈະປັບນະໂຍບາຍຕະຫລາດຫລັກຊັບ
- kitchen vibe - ລາວຈະປັບນະໂຍບາຍຕະຫລາດຫລັກຊັບ

ລາວຈະປັ- laksup 300x169 - ລາວຈະປັບນະໂຍບາຍຕະຫລາດຫລັກຊັບບປຸງບັນດານະໂຍບາຍສົ່ງເສີມການພັດທະນາຄຸ້ມຄອງຕະຫລາດຊັບໃຫ້ໜ້າສົນໃຈກວ່າເກົ່າ, ພາຍຫລັງເຫັນວ່າການຊື້-ຂາຍຮຸ້ນຢູ່ຕະຫລາດດັ່ງກ່າວບໍ່ຄຶກຄື້ນເທົ່າທີ່ຄວນ.

ທະນາຄານແຫ່ງ ສປປ ລາວ ໃຫ້ຮູ້ວ່າ: ຕະຫລາດຫລັກຊັບລາວສ້າງຕັ້ງຂຶ້ນໃນເດືອນຕຸລາ 2010 ໂດຍການຮ່ວມທຶນລະຫວ່າງທະນາຄານແຫ່ງ ສປປ ລາວ (ທຫລ) ຖືຮຸ້ນ 51% ແລະ ຕະຫລາດຫລັກຊັບສາທາລະນະລັດເກົາຫລີ ຖືຮຸ້ນ 49% ແລະ ໄດ້ເປີດການຊື້-ຂາຍຮຸ້ນຄັ້ງທຳອິດໃນວັນທີ 11 ມັງກອນ 2011, ຕະຫລາດຫລັກຊັບໄດ້ກາຍເປັນຊ່ອງທາງໃໝ່ໃນການລະດົມແຫລ່ງທຶນໄລຍະຍາວໃຫ້ແກ່ບັນດາບໍລິສັດໄດ້ລະດົມທຶນເພື່ອຂະຫຍາຍກິດຈະການຕ່າງໆ ເປັນຕົ້ນ: ສ້າງເຂື່ອນໄຟຟ້າ, ສູນການຄ້າ ແລະ ທຶນໝູນວຽນຈຳນວນໜຶ່ງ. ປັດຈຸບັນມີ 5 ບໍລິສັດຈົດທະບຽນ ແລະ ອອກຈຳໜ່າຍຮຸ້ນຢູ່ຕະຫລາດຫລັກຊັບລາວ ຄື: ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (BCEL), ບໍລິສັດຜະລິດ-ໄຟຟ້າລາວມະຫາຊົນ (EDL-Gen), ບໍລິສັດ ລາວເວີນ ມະຫາຊົນ (LWPC), ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ (PTL) ແລະ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ (SVN), ຊຶ່ງບໍລິສັດເຫລົ່ານີ້ເບື້ອງຕົ້ນແມ່ນໄດ້ຮັບຄວາມສົນໃຈຈາກສັງຄົມເປັນຢ່າງດີ, ດັດຊະນີລາຄາຮຸ້ນແມ່ນເຄື່ອນໄຫວໄປໃນທາງບວກ ແລະ ເຮັດໃຫ້ຕະຫລາດຫລັກຊັບສາມາດລະດົມທຶນໄດ້ຫລາຍກວ່າ 10 ພັນຕື້ກີບເທົ່າກັບ 9,65% ຂອງ GDP ແລະ ທຶນທີ່ລະດົມໄດ້ມີການຊື້-ຂາຍຫລັກຊັບຫລາຍກວ່າ 12 ພັນບັນຊີ, ໃນນັ້ນຜູ້ລົງທຶນພາຍໃນມີ 10 ພັນກວ່າບັນຊີ ແລະ ຜູ້ລົງທຶນຕ່າງປະເທດມີ 2.550 ບັນຊີຈາກ 30 ກວ່າປະເທດ. ມູນຄ່າໃນຕະຫລາດ (Market Capitalization) ມີປະມານ 10.400 ກວ່າຕື້ກີບເທົ່າກັບ 1.300 ກວ່າລ້ານໂດລາສະຫະລັດ, ທຽບໃສ່ຕະຫລາດເກີດໃໝ່ຖືວ່າສູງສົມຄວນ ເປັນຕົ້ນ: ຢູ່ປະເທດມຽນມາມີມູນຄ່າຕະຫລາດພຽງ 431 ລ້ານກວ່າໂດລາສະຫະລັດ ແລະ ກຳປູເຈຍມີປະມານ 206 ລ້ານກວ່າໂດລາສະຫະລັດ. ແຕ່ແນວໃດກໍຕາມພາກສ່ວນກ່ຽວຂ້ອງຍັງເຫັນວ່າການຊື້-ຂາຍຮຸ້ນຢູ່ຕະຫລາດຫລັກຊັບລາວຍັງບໍ່ຄຶກຄື້ນເທົ່າທີ່ຄວນ, ຊຶ່ງສາເຫດຕົ້ນຕໍແມ່ນ: (1) ຜະລິດຕະພັນທີ່ຊື້-ຂາຍໃນຕະຫລາດມີຈຳນວນຈຳກັດ ຍ້ອນບັນດາບໍລິສັດທີ່ຄົບເງື່ອນໄຂແມ່ນມີໜ້ອຍ. (2) ນະໂຍບາຍດ້ານອາກອນຍັງບໍ່ທັນເປັນທີ່ຈູງໃຈ.(3) ຄວາມຮັບຮູ້ເຂົ້າໃຈຂອງສັງຄົມກ່ຽວກັບຜົນປະໂຫຍດໃນການລົງທຶນຊື້ຮຸ້ນໃນຕະຫລາດຫລັກຊັບຍັງບໍ່ທັນກວ້າງ, ສັງຄົມຍັງເຂົ້າໃຈວ່າການລົງທຶນໂດຍການຝາກເງິນນຳທະນາຄານເພື່ອຜົນຕອບແທນໃນຮູບດອກເບ້ຍຍັງສູງກວ່າຜົນຕອບແທນໃນຮູບເງິນປັນຜົນທີ່ໄດ້ຮັບຈາກການລົງທຶນຊື້ຮຸ້ນ. (5) ສັດສ່ວນຮຸ້ນທີ່ຂາຍອອກໃຫ້ແກ່ມວນຊົນ, ໂດຍສະເພາະຮຸ້ນທີ່ເປັນຂອງລັດວິສາຫະກິດ BCEL ແລະ EDL-Gen ຍັງໜ້ອຍຫລາຍ. (6) ຖ້າຜູ້ລົງທຶນພາຍໃນຍັງຈຳກັດ ເຮັດໃຫ້ຜູ້ລົງທຶນລາຍຍ່ອຍທີ່ຊື້ຮຸ້ນແມ່ນມັກຖືຄອງໄວ້ລໍຖ້າເພື່ອຮັບເງິນປັນຜົນ, ສ່ວນຜູ້ລົງທຶນປະເພດສະຖາບັນເຊັ່ນ: ກອງທຶນປະກັນສັງຄົມ ແລະ ກອງທຶນອື່ນໆ ກໍບໍ່ທັນມີຄວາມສົນໃຈລົງທຶນໃນຕະຫລາດຮຸ້ນເທົ່າທີ່ຄວນ.

ແນວໃດກໍຕາມ, ເພື່ອຮັບປະກັນໃຫ້ຕະຫລາດຫລັກຊັບມີການເຄື່ອນໄຫວຢ່າງມີປະສິດທິຜົນໃນຊຸມປີຕໍ່ໜ້າ, ພາກສ່ວນກ່ຽວຂ້ອງຈະໄດ້ປັບປຸງນິຕິກຳກ່ຽວຂ້ອງຕ່າງໆທີ່ເຫັນວ່າຍັງມີອັນກົດໜ່ວງທ່ວງດຶງການຊຸກຍູ້ສົ່ງເສີມການພັດທະນາຕະຫລາດທຶນ ເປັນຕົ້ນ: ນະໂຍບາຍດ້ານອາກອນຕໍ່ບໍລິສັດຈົດທະບຽນ, ເອົາໃຈໃສ່ສຸມໃສ່ເກັບກຳຂໍ້ມູນຫົວໜ່ວຍວິສາຫະກິດທັງພາກລັດ ແລະ ເອກະຊົນເພື່ອ ຄົ້ນຄວ້າຈັດລຽງບູລິມະສິດເພື່ອກະກຽມຄວາມພ້ອມຕ່າງໆໃຫ້ສາມາດລະດົມທຶນຜ່ານຕະຫລາດຫລັກຊັບ, ສ້າງ ແລະ ປັບປຸງສິ່ງອຳນວຍຄວາມສະດວກດ້ານຕ່າງໆ ເປັນຕົ້ນ: ການປັບຫລຸດຄ່າທຳນຽມຊື້-ຂາຍ, ເພີ່ມເພດານໃຫ້ແກ່ຜູ້ລົງທຶນຕ່າງປະເທດ ແລະ ດ້ານຕ່າງໆ ເພື່ອໃຫ້ຕະຫລາດທຶນຂອງລາວເປັນຕະຫລາດທີ່ໜ້າສົນໃຈລົງທຶນຫລາຍກວ່າເກົ່າ.

- 3 - ລາວຈະປັບນະໂຍບາຍຕະຫລາດຫລັກຊັບ
- 5 - ລາວຈະປັບນະໂຍບາຍຕະຫລາດຫລັກຊັບ
- 4 - ລາວຈະປັບນະໂຍບາຍຕະຫລາດຫລັກຊັບ