ປິດຕຳນານ ເທີຣີ ປະກາດບໍ່ຫລິ້ນບານເຕະ
ຈອນ ເທີຣີ ອະດີດກອງຫລັງຂອງທີມຊາດອັງກິດ ແລະ ເຊລຊີ ຍັກໃຫຍ່ແຫ່ງພຣີເມຍລີກ ອັງກິດ ປະກາດເລີກຫລິ້ນບານເຕະອາຊີບຮຽບຮ້ອຍແລ້ວ ຫລັງໝົດສັນຍາເຕະໃຫ້ ແອສຕັນ ວິລລາ ທີມໃນເດິ ແຊມປ້ຽນຊິບ ຫລັງຈົບລະດູການຜ່ານມາ ໂດຍມີຂ່າວວ່າລາວຮັບໜ້າທີ່ມືຂວາຂອງ ເທຍຣີ ອອງຣີ ອະດີດດາວຍິງທີມຊາດຝຣັ່ງ ທີ່ມີຂ່າວວ່າຈະເຂົ້າມາເປັນຜູ້ຈັດການຄົນໃໝ່ຂອງ ແອສຕັນ ວິລລາ ແທນ ສຕີຟ ບຣູ ທີ່ຖືກປົດອອກຈາກຕຳແໜ່ງກ່ອນໜ້ານີ້.
ຈອນ ເທີຣີ ໄວ 37 ປີ ເຊິ່ງຄວ້າແຊ້ມພຣີເມຍລີກ 5 ສະໄໝ, ແຊ້ມເອຟເອ ຄັບ 4 ສະໄໝ, ລີກ ຄັບ 3 ສະໄໝ ແລະ ຢູຟາ ແຊມປ້ຽນລີກ ກັບ ຢູຟາ ຢູໂຣປາ ລີກ ຢ່າງລະ 1 ສະໄໝກັບ ເຊລຊີ ນັ້ນ ກ່າວໃນວັນທີ 7 ຕຸລາວ່າ: ຫລັງຜ່ານໄລຍະເວລາອັນດີຫລາຍໃນຖານະນັກເຕະບານອາຊີບຕະຫລອດ 23 ປີ, ຂ້ອຍຕັດສິນໃຈແລ້ວວ່ານີ້ເປັນເວລາເໝາະສົມທີ່ຈະເລີກຫລິ້ນເຕະບານ. ຕອນອາຍຸ 14 ປີ ຂ້ອຍຕັດສິນໃຈຄັ້ງສຳຄັນທີ່ສຸດ ແລະ ດີທີ່ສຸດໃນຊີວິດ ນັ້ນຄືການເຊັນສັນຍາກັບ ເຊລຊີ.