ອີໂວ້ ຢູໄນເຕັດ ຊະນະ ວຽງຈັນ ຢູໄນເຕັດ 2-1
ໃນວັນທີ 6 ຕຸລາ ທີ່ສະໜາມກິລາສະຫະພັນບານເຕະແຫ່ງຊາດລາວ ທີມອີໂວ້ ຢູໄນເຕັດ ສາມາດເອົາຊະນະ ທີມວຽງຈັນ ຢູໄນເຕັດ 2-1 ຂອງການແຂ່ງຂັນບານເຕະສາຍ ກ ຫລື ດີວີຊັນ 1 ໃນຮອບຮອງຊະນະເລີດ.
ການແຂ່ງຂັນໃນຮອບຮອງຊະນະເລີດ ຫລື ຮອບ 4 ທີມນີ້ ເຊິ່ງພາຍໃນ 4 ທີມນີ້ໄດ້ລົງສະໜາມພົບກັນ 2 ຄັ້ງ ໂດຍຄັ້ງທໍາ ທີມອີໂວ້ ຢູໄນເຕັດ ສາມາດສະເໝີ ທີມວຽງຈັນ ຢູໄນເຕັດ 0-0; ສ່ວນ ປກສ ເອັຟຊີ ສາມາດເອົາຊະນະ ທີມກອງທັບ ເອັຟຊີ ໄດ້ 3-0. ສໍາລັບການລົງສະໜາມຄັ້ງທີ 2 ທີມອີໂວ້ ຢູໄນເຕັດ ສາມາດເອົາຊະນະ ວຽງຈັນ ຢູໄນເຕັດ ໄດ້ 2-1; ສ່ວນ ປກສ ເອັຟຊີ ສາມາດເອົາຊະນະ ກອງທັບ ເອັຟຊີ 4-2 ສົ່ງຜົນໃຫ້ ທີມອີໂວ້ ຢູໄນເຕັດ ແລະ ທີມ ປກສ ເອັຟຊີ ຜ່ານເຂົ້າຮອບຊີງຊະນະເລີດ ໃນວັນທີ 20 ຕຸລານີ້ ເວລາ 16:00 ໂມງ ທີ່ເດີ່ນສະຫະພັນບານເຕະແຫ່ງຊາດລາວ.
ຂະນະທີ່ການແຂ່ງຂັນຊີງອັນດັບທີ 3 ເປັນການພົບກັນລະຫວ່າງ ທີມກອງທັບ ເອັຟຊີ ພົບກັບ ວຽງຈັນ ຢູໄນເຕັດ ໃນວັນທີ 20 ຕຸລານີ້ ເວລາ 14:00 ໂມງ ທີ່ເດີ່ນສະຫະພັນບານເຕະແຫ່ງຊາດລາວ.