ຊີ້ນງົວສີດໄຂມັນແມ່ນຫຍັງ ?


ຊີ້ນງົວສີດໄຂມັນ (Artificial Marbling beef) ເປັນການສີດຂອງແຫລວທີ່ມີສ່ວນປະກອບຂອງໄຂມັນ, ນຳ້ ແລະ ວັດຖຸເຈືອປົນອາຫານ ໂດຍໃຊ້ເຄື່ອງຈັກ ຫລື ເຄື່ອງມືທີ່ມີລັກສະນະເປັນເຂັມເຂົ້າໄປໃນຊີ້ນງົວ ເຮັດໃຫ້ໄດ້ຊີ້ນງົວມີລັກສະນະໄຂມັນແຊກໂຕ, ຊີ້ນງົວນຸ້ມ, ລົດຊາດແຊບເປັນຕາກິນຫລາຍຍິ່ງຂຶ້ນ.
– ຊີ້ນງົວສີດໄຂມັນອັນຕະລາຍຫລືບໍ່ ?
ຄວາມຈິງແລ້ວຫາກເປັນບໍລິສັດ, ໂຮງງານ ຫລື ຜູ້ຜະລິດທີ່ໄດ້ມາດຕະຖານ ເຮັດຕາມຂັ້ນຕອນຕ່າງໆຢ່າງເຄັ່ງຄັດ ແລະ ໄດ້ຮັບອະນຸຍາດໃຫ້ຜະລິດຢ່າງຖືກຕ້ອງຈາກອົງການອາຫານ ແລະ ຢາ ຊີ້ນງົວສີດໄຂມັນກໍສາມາດກິນໄດ້ຢ່າງປອດໄພ. ແຕ່ປະຈຸບັນຍັງບໍ່ມີຜະລິດຕະພັນຊີ້ນງົວສີດໄຂມັນໄດ້ຮັບອະນຸຍາດຈາກ ອ.ຢ ດັ່ງນັ້ນ ຫາກຜູ້ບໍລິໂພກກິນແລ້ວໄດ້ຮັບອັນຕະລາຍໃດໆທີ່ເກີດຂຶ້ນລະຫ່ວາງການຜະລິດທີ່ບໍ່ໄດ້ມາດຕະຖານ ນອກຈາກຜູ້ບໍລິໂພກຈະເສຍສຸຂະພາບໂດຍບໍ່ທັນຕັ້ງໂຕແລ້ວ ຜູ້ຜະລິດກໍຈະຕ້ອງໄດ້ຮັບໂທດເຊັ່ນກັນ.
ການສີດໄຂມັນໃນຊີ້ນງົວຕ້ອງໄດ້ຮັບການເຫັນດີຈາກ ອ.ຢ ກ່ອນ ໂດຍຜູ້ຜະລິດ, ຜູ້ນຳເຂົ້າ ຫລື ຜູ້ຈຳໜ່າຍ ຈະຕ້ອງສະແດງລາຍລະອຽດຂອງກຳມະວິທີໃນການສີດໄຂມັນ, ເງື່ອນໄຂການໃຊ້ວັດຖຸເຈືອປົນອາຫານ ພ້ອມເຫດຜົນການໃຊ້ ແລະ ມາດຕະຖານອ້າງອີງ ເຊິ່ງຫາກບໍ່ສອດຄ່ອງຕາມຂໍ້ກຳນົດຂອງປະກາດກະຊວງສາທາລະນະສຸກຈະຕ້ອງຍື່ນຂໍປະເມີນຄວາມປອດໄພຂອງວັດຖຸ ເຈືອປົນອາຫານກ່ອນ ລວມທັງສະແດງສະຫລາກອາຫານ, ແນວທາງການຄວບຄຸມການຜະລິດ, ນຳເຂົ້າ ຫລື ຈຳໜ່າຍ ເຊັ່ນ : ຈຳໜ່າຍສະເພາະຮ້ານອາຫານ ຫລື ມາດຕະການປ້ອງກັນຄວາມເຂົ້າໃຈຜິດຂອງຜູ້ບໍລິໂພກວ່າເປັນຊີ້ນງົວທີ່ມີໄຂມັນຕາມທຳມະຊາດປະກອບການພິຈາລະນາ.