ອົບຮົມທິດສະດີການເມືອງ-ການປົກຄອງ ໃຫ້ພະນັກງານນໍາພາ-ຫຼັກແຫຼ່ງ ກະຊວງວິທະຍາສາດ
October 9, 2018 - 9:52 PM
ໃນວັນທີ 9 ຕຸລາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ II ໃຫ້ພະນັກງານນໍາພາ-ຫຼັກແຫຼ່ງ ກະຊວງຂອງຕົນ, ຂຶ້ນທີ່ສະຖາບັນຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ໃນນະຄອນຫຼວງວຽງຈັນ, ຈາກບັນດາກົມ, ສະຖາບັນ ແລະ ຫ້ອງການ ຂອງກະຊວງດັ່ງກ່າວລ ເຊິ່ງຈະໄດ້ຮຽນຮູ້ 5 ພາກວິຊາຄື: ພາກວິຊາປັດຊະຍາ, ພາກວິຊາເສດຖະກິດການເມືອງ, ພາກວິຊາລັດທິສັງຄົມບິຍົມວິທະຍາສາດ, ພາກວິຊາບໍລິຫານສາດ ແລະ ພາກວິຊາການກໍ່ສ້າງພັກ ຈາກອາຈານຜູ້ມີປະສົບການຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ພາຍຫຼັງຮໍ່າຮຽນທິດສະດີແລ້ວ ນັກເຝິກອົບຮົມຍັງຈະໄດ້ຂຽນບົດເກັບກ່ຽວກັບຕົນເອງ ເພື່ອເປັນການຢັ້ງຢືນເຖິງຄວາມຮັບຮູ້ ຄວາມເຂົ້າໃຈ, ສາມາດກໍານົດໄດ້ບົດຮຽນທີ່ໄດ້ຮຽນມາ ແລະ ຈະນໍາໝູນໃຊ້ເຂົ້າໃນການຈັກຕັ້ງປະຕິບັດໜ້າທີ່ຂອງຕົນໃຫ້ດີຂຶ້ນກວ່າເກົ່າ.