U15 ເອັສຣາ ອາຄາເດມີ ຄອງຂັນ ເອັສຣາ ຄັບ 2018

- 43604348 175946413323526 1563214778296434688 n - U15 ເອັສຣາ ອາຄາເດມີ ຄອງຂັນ ເອັສຣາ ຄັບ 2018
- kitchen vibe - U15 ເອັສຣາ ອາຄາເດມີ ຄອງຂັນ ເອັສຣາ ຄັບ 2018

ທ້າຍອາທິດຜ່ານມາ ສະໂມສອນ ເອັສຣາ ເອັຟຊີ ໄດ້ຈັດການແຂ່ງຂັນຊີງຂັນເອັສຣາ ຄັບ 2018 ທີ່ສູນເອັສຣາ ບ້ານໜອງບຶກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເພື່ອສົ່ງເສີມເຍົາວະຊົນລາວຫັນມາຫລິ້ນກິລາຫ່າງໄກຈາກສິ່ງເສບຕິດ ໂດຍມີ 6 ທີມເຂົ້າຮ່ວມການແຂ່ງຂັນ.

ການແຂ່ງຂັນຊີງຂັນເອັສຣາ ຄັບ 2018 ມີ 6 ທີມເຂົ້າຮ່ວມຄື: MIDO F.A, MASTER 7 FC, M7 NONGKHENG FC, TRINITY FC, ອາຄາເດມີ ລ້ານຊ້າງ ເອັຟຊີ, ອາຄາເດມີ ເອັສຣາ ເອັຟຊີ. ຜ່ານການແຂ່ງຂັນຜົນປາກົດວ່າ: ທີມອາຄາເດມີ ເອັສຣາ ເອັຟຊີ ສາມາດຄອງຂັນເອັສຣາ ຄັບ 2018, ອັນດັບທີ 2 ອາຄາເດມີລ້ານຊ້າງ ເອັຟຊີ, ອັນດັບທີ 3 ອາຄາເດມີ TRINITY FC.

- Visit Laos Visit SALANA BOUTIQUE HOTEL - U15 ເອັສຣາ ອາຄາເດມີ ຄອງຂັນ ເອັສຣາ ຄັບ 2018

ສໍາລັບລາງວັນອັນດັບທີ 1 ໄດ້ຮັບຂັນລາງວັນພ້ອມເງິນສົດ 1 ລ້ານກີບ ແລະ ໝາກບານ, ອັນດັບທີ 2 ໄດ້ເງິນສົດ 7 ແສນກີບພ້ອມໝາກບານ, ອັນດັບທີ 3 ໄດ້ຮັບເງິນສົດ 5 ແສນກີບພ້ອມໝາກບານ.

- 4 - U15 ເອັສຣາ ອາຄາເດມີ ຄອງຂັນ ເອັສຣາ ຄັບ 2018
- 3 - U15 ເອັສຣາ ອາຄາເດມີ ຄອງຂັນ ເອັສຣາ ຄັບ 2018
- 5 - U15 ເອັສຣາ ອາຄາເດມີ ຄອງຂັນ ເອັສຣາ ຄັບ 2018