ຍົກລະດັບວຽກງານປ້ອງກັນ ແລະ ສະກັດກັ້ນການຄ້າມະນຸດ​ໃຫ້ 5 ​ແຂວງ​ພາກ​ເໜືອ​ລາວ

- Upgrade - ຍົກລະດັບວຽກງານປ້ອງກັນ ແລະ ສະກັດກັ້ນການຄ້າມະນຸດ​ໃຫ້ 5 ​ແຂວງ​ພາກ​ເໜືອ​ລາວ
- kitchen vibe - ຍົກລະດັບວຽກງານປ້ອງກັນ ແລະ ສະກັດກັ້ນການຄ້າມະນຸດ​ໃຫ້ 5 ​ແຂວງ​ພາກ​ເໜືອ​ລາວ

ໃນວັນທີ 9-10 ຕຸລານີ້, ຫລວງພະບາງໄດ້​ເປັນ​ເຈົ້າພາບຈັດກອງປະຊູມສຳມະນາວຽກງານປ້ອງກັນ ແລະ ສະກັດກັ້ນການຄ້າມະນຸດ​ໃຫ້​ແກ່​ພະນັກງານ​ກ່ຽວຂ້ອງ​ໃນ 5 ແຂວງພາກເໜືອຄື: ຫລວງນ້ຳທາ, ອຸດົມໄຊ, ຫົວພັນ, ບໍ່ແກ້ວ ​ແລະ ແຂວງ​ເຈົ້າພາບ ເພື່ອ​ແນ​ໃສ່ສ້າງຄວາມເຂົ້າໃຈເລິກເຊິ່ງຕື່ມ​ອີກ ກ່ຽວກັບແນວທາງນະໂຍບາຍ, ກົດໝາຍ, ສົນທິສັນຍາພາກພື້ນວ່າດ້ວຍການປ້ອງກັນ ແລະ ຕ້ານການຄ້າມະນຸດ, ແຜນດຳເນີນງານແຫ່ງຊາດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຄະນະກຳມະການລະດັບຊາດຕ້ານການຄ້າມະນຸດ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມຸນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທັງເປັນຄະນະລະດັບຊາດຕ້ານການຄ້າມະນຸດ ໄດ້ໃຫ້ຮູ້ວ່າ: ບັນຫາການຄ້າມະນຸດເປັນອາຊະຍາກຳຂ້າມຊາດທີ່ຮ້າຍແຮງ ຍ້ອນວ່າການຄ້າມະນຸດແມ່ນການລະເມີດສິດທິພື້ນຖານຂອງຄວາມເປັນມະນຸດຂັ້ນຮ້າຍແຮງ ສົ່ງຜົນກະທົບໂດຍກົງທາງດ້ານຮ່າງກາຍ ແລະ ຈິດໃຈຂອງຜູ້ຖືກເຄາະຮ້າຍ, ຕໍ່ຄອບຄົວ, ຕໍ່ສັງຄົມ ແລະ ການພັດທະນາສ້າງສາປະເທດຊາດ. ການຄ້າມະນຸດມີຜົນກຳໄລມະຫາສານເປັນອັນດັບສອງຂອງໂລກ ຫລື ປະມານ 150 ຕື້ໂດລາສະຫະລັດຕໍ່ປີ ຮອງຈາກການຄ້າຂາຍຢາເສບຕິດ. ໃນປັດຈຸບັນ ມີຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃນທົ່ວໂລກຫລາຍກວ່າ 40 ລ້ານຄົນ, ເດັກນ້ອຍ ແລະ ຜູ້ຍິງກວມເອົາ 71%, ເຂດພາກພື້ນອາຊີ ແລະ ປາຊິຟິກ ເປັນເຂດທີ່ມີຜູ້ຖືກເຄາະຮ້າຍຫລາຍທີ່ສຸດໃນໂລກ ໂດຍກວມເອົາ 65% ຂອງຈຳນວນຜູ້ໃນທົ່ວໂລກ.

- Visit Laos Visit SALANA BOUTIQUE HOTEL - ຍົກລະດັບວຽກງານປ້ອງກັນ ແລະ ສະກັດກັ້ນການຄ້າມະນຸດ​ໃຫ້ 5 ​ແຂວງ​ພາກ​ເໜືອ​ລາວ

ສຳລັບ ສປປ ລາວ ອັນພົ້ນເດັ່ນແມ່ນຮູບແບບຕົວະຍົວະຫລອກລວງໄປທ່ອງທ່ຽວ, ໄປຂາຍ ເຄື່ອງ, ໄປເສີບອາຫານ, ຂົນຂວາຍເອົາແຮງງານລາວໄປອອກແຮງງານແບບຜິດກົດໝາຍ ແລະ ຂົນຂວາຍເອົາແມ່ຍິງລາວໄປແຕ່ງດອງກັບຕ່າງປະເທດ ດ້ວຍຮູບການໝັ້ນໝາຍແອບແຝງ ແລະ ອື່ນໆ.

ຍ້ອນເຫັນໄດ້ຄວາມເສຍຫາຍອັນຕະລາຍດັ່ງກ່າວ, ພັກ-ລັດຖະບານ ຈຶ່ງໄດ້ສ້າງ ແລະ ປັບປຸງບັນດານິຕິກຳ, ກົງຈັກເຮັດວຽກງານຕ້ານການຄ້າມະນຸດໃຫ້ກວ້າງຂວາງລົງສູ່ທ້ອງຖິ່ນ ເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍໃນຂະແໜງການຕ່າງໆໃຫ້ມີ​ປະສິດທິ​ຜົນ​ກວ່າ​ເກົ່າ.

- 3 - ຍົກລະດັບວຽກງານປ້ອງກັນ ແລະ ສະກັດກັ້ນການຄ້າມະນຸດ​ໃຫ້ 5 ​ແຂວງ​ພາກ​ເໜືອ​ລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!