2 ນັກເຕະອັງກິດເຈັບຖອນເກມ ພົບ ໂຄຣເອເຊຍ-ສະເປນ

- news201810111610348 - 2 ນັກເຕະອັງກິດເຈັບຖອນເກມ ພົບ ໂຄຣເອເຊຍ-ສະເປນ
- kitchen vibe - 2 ນັກເຕະອັງກິດເຈັບຖອນເກມ ພົບ ໂຄຣເອເຊຍ-ສະເປນ

ອາ​ເລັກ ​ແມັກ​ຄາ​ທີ ຜູ້​ຮັກສາ​ປະຕູ ​ເຊົາ​ແຮ​ມຕັນ ​ແລະ ​ແດນ​ນີ ​ໂຣສ ​ແບັກ​ຊ້າຍ ທ໊ອດ​ແນມ ຮ໊ອດສະ​ເປີ ພ້ອມ​ໃຈ​ກັນ​ຖອນ​ຕົວ​ຈາກ​ທີ​ມຊາດ​ອັງກິດ ຊຸດ​ລົງຫລິ້ນ ຢູຟາ ​ເນ​ຊັນ ລີກ ກັບ ​ໂຄຣ​ເອ​ເຊຍ ວັນ​ທີ 12 ຕຸລາ​ນີ້ ​ແລະ ສະ​ເປ​ນ ວັນ​ທີ 15 ຕຸລາ​ນີ້ ​ເນື່ອງ​ຈາກ​ມີ​ອາການ​ບາດ​ເຈັບ​ລົບ​ກວນ.

ລາຍ​ງານ​ລະບຸ​ວ່າ: ​ແມັກ​ຄາ​ທີ ມີ​ອາການ​ບາດ​ເຈັບ​ເລັກ​ໜ້ອຍ ​ແລະ ຂໍ​ຖອນ​ຕົວ ​ເພື່ອ​ປ້ອງ​ກັນ​ໄວ້​ກ່ອນ. ຂະນະ​ທີ່ ​ໂຣສ ບາດ​ເຈັບ​ຕົ້ນຂາ ​ແລະ ​ເວລາ​ນີ້​ນັກ​ເຕະ​ທັງ 2 ​ໄດ້​ເດີນທາງ​ກັບ​ສະ​ໂມ​ສອນ​ຕົ້ນສັງກັດ​ແລ້ວ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ແກ​ເຣັທ ​ເຊົາ​ເກດ ຜູ້​ຈັດການ​ທີ​ມຊາດ​ອັງກິດ ຍັງ​ບໍ່​ໄດ້​​ເອີ້ນ​ໃຜ​ມາ​ແທນ.

- Visit Laos Visit SALANA BOUTIQUE HOTEL - 2 ນັກເຕະອັງກິດເຈັບຖອນເກມ ພົບ ໂຄຣເອເຊຍ-ສະເປນ

ກ່ອນ​ໜ້າ​ນີ້ ລຸກ ຊໍ ​ແບັກ​ຊ້າຍ ​ແມນ​ເຊັສ​ເຕີ ຢູ​ໄນ​ເຕັດ ກໍ​ໄດ້​ຖອນ​ຕົວ ​ເພາະ​ມີ​ບັນຫາ​ບາດ​ເຈັບ​ລົບ​ກວນ​ເຊັ່ນ​ກັນ ​ໂດຍ ​ເຊົາ​ເກດ ​ໄດ້​ເອີ້ນ ​ເບ​ນ ຊິ​ລ​ເວລ ກອງ​ຫລັງ ​ເລ​ສ​ເຕີ ຊິ​ຕີ້ ມາ​​ແທນ.

- 5 - 2 ນັກເຕະອັງກິດເຈັບຖອນເກມ ພົບ ໂຄຣເອເຊຍ-ສະເປນ
- 3 - 2 ນັກເຕະອັງກິດເຈັບຖອນເກມ ພົບ ໂຄຣເອເຊຍ-ສະເປນ
- 4 - 2 ນັກເຕະອັງກິດເຈັບຖອນເກມ ພົບ ໂຄຣເອເຊຍ-ສະເປນ