ລາວສະເຫຼີມສະຫຼອງວັນເດັກຍິງສາກົນ
ໃນວັນທີ 11 ຕຸລານີ້, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບອົງການແພລນສາກົນ (plan International) ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດງານສະເຫຼີມສະຫຼອງວັນເດັກຍິງສາກົນຂຶ້ນ ທີ່ສູນການຄ້າລາວ-ໄອເຕັກ ໂດຍການເຂົ້າຮ່ວມຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະ ມົນຕີ ກະຊວງສຶກສາທິການ ແລະກິລາ, ທ່ານ Victor Valdivieso ວ່າການຜູ້ຕາງໜ້າອົງການ UNFPA, ມີຫົວໜ້າອົງການ ແພລນສາກົນ ແລະ ຜູ້ຕາງໜ້າຂະແໜງການຕ່າງໆເຂົ້າຮ່ວມເປັນຈຳນວນຫຼາຍ.
ງານສະເຫຼີມສະຫຼອງວັນເດັກຍິງສາກົນ ແລະ ນາງນ້ອຍ ຄົບ 2 ປີ ເພື່ອສົ່ງເສີມທັກສະເດັກຍິງ ແລະ ສ້າງຄວາມເຂັ້ມແຂງຂອງເດັກຍິງ, ດຶງດູດຄວາມສົນໃຈສະໜັບສະໜູນ ໃນການສ້າງໂອກາດໃຫ້ເດັກຍິງຫຼາຍຂຶ້ນ ແລະ ໂອກາດໃນການຮ່ວມມືກັນສ້າງເຄື່ອງ
ໝາຍຂອງນາງນ້ອຍ ເພື່ອເປັນຕົວແທນໃຫ້ແກ່ເດັກຍິງທີ່ຖືກບັນຈຸເຂົ້າໃນ ບັນດາແຜນງານຕ່າງໆ ຂອງ ອົງການສະຫະປະຊາຊາດ, ຄູ່ຮ່ວມງານ ແລະອົງການຈັດຕັ້ງສັງຄົມອື່ນໆໃຫ້ຫຼາຍຂຶ້ນ.
ໂອກາດນີ້, ທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ມີຄຳເຫັນວ່າ: ໃນຂະແໜ່ງອຸດສາຫະກຳ, ຜູ້ຊາຍ ແມ່ນສ່ວນໃຫຍ່ຂອງການຈ້າງງານ ແລະ ໜ້າສົນໃຈ, 61% ຂອງຜູ້ຍິງແມ່ນເຮັດວຽກໃນຄອບຄົວ ແລະ ເພື່ອປ່ຽນແປງການປະຕິບັດກົດບັນທັດຖານທາງເພດນີ້, ເດັກຍິງຕ້ອງໄດ້ຮັບການສ້າງຄວາມເຂັ້ມແຂງ ແລະ ສາມາດມີທາງເລືອກໃນການເຮັດວຽກໃຫ້ຫຼາຍຂຶ້ນກວ່າເກົ່າ.