ດິນເຈື່ອນ ໃນໂກລົມບີ ເສຍຊີວິດ 11 ຄົນ
October 12, 2018 - 11:09 AM
ໜ່ວຍບັນເທົາໄພພິບັດໂກລົມບີ ລາຍງານວ່າ: ເຫດດິນເຈື່ອນພາຍຫລັງຝົນຕົກໜັກ ເຮັດໃຫ້ມີຜູ້ເສຍຊີວິດ 11 ຄົນ ໃນຈຳນວນນີ້ເປັນເດັກ 4 ຄົນ ທີ່ເມືອງມາເກຕາລີ.
ໜ່ວຍກູ້ໄພໃນແຂວງກັລດັສໂພສ ລາຍງານວ່າ: ດິນເຈື່ອນຖົມເຮືອນຫລາຍຫລັງເກີດຂຶ້ນເມື່ອເວລາປະມານ 2:30 ໂມງ ຕາມເວລາທ້ອງຖິ່ນ ຫລື ຕອນບ່າຍວັນທີ 11 ຕຸລາ ຕາມເວລາໃນລາວ. ນອກຈາກນີ້ ຍັງມີຜູ້ໄດ້ຮັບບາດເຈັບ 4 ຄົນ. ຖະແຫລງການລະບຸວ່າ: ຕ້ອງຢຸດປະຕິບັດການກູ້ໄພຊົ່ວຄາວ ເນື່ອງຈາກຝົນຍັງຕົກໜັກ. ດິນເຈື່ອນເກີດຂຶ້ນຕາມປົກກະຕິໃນເຂດພູເຂົາຂອງໂກລົມບີ ໂດຍສະເພາະໃນໄລຍະລະດູຝົນ ແລະ ໃນພື້ນທີ່ທີ່ມີການປຸກເຮືອນກີດຂວາງທາງ ແລະ ຖະໜົນແຄບຕາມທາງລຽບຕີນພູ.