ບໍລິສັດພັດທະນາເຂດໃໝ່ວັງວຽງລາວຈຳກັດ ມອບເງິນຊ່ວຍເຫລືອແຂວງວຽງຈັນ 500 ກວ່າລ້ານກີບ
ເຊົ້າວັນທີ 11 ຕຸລາ 2018 ນີ້, ທ່ານ ຖັງຊິນຈວນ ປະທານ ບໍລິສັດ ພັດທະນາເຂດໃໝ່ ວັງວຽງ ລາວ ຈຳກັດ ພ້ອມ ຄະນະ ໄດ້ມອບເງິນ ຈຳນວນ 2 ລ້ານບາດ (ສະກຸນເງິນໄທ) ປະມານ 500 ກວ່າລ້ານກີບ, ໃຫ້ ແຂວງວຽງຈັນ, ເພື່ອນຳ ໄປຊ່ວຍເຫລືອປະຊາຊົນຜູ້ປະ ສົບໄພທຳມະຊາດ ໂດຍສະ ເພາະໄພນ້ຳຖ້ວມທີ່ເກີດຂຶ້ນໃນ ລະ ດູຝົນຜ່ານມານີ້, ໂດຍສະ ເພາະເມືອງກາສີ, ເມືອງແມດ, ເມືອງວຽງຄຳ, ໂພນໂຮງ ແລະ ເມືອງທຸລະຄົມ ໂດຍ ທ່ານ ວິດົງ ໄຊຍະສອນ ເຈົ້າແຂວງໆ ວຽງ ຈັນ ໄດ້ຕາງໜ້າໃຫ້ອຳນາດ ການປົກຄອງ ແລະ ປະຊາຊົນ ຮັບບ້ວງເງິນຊ່ວຍເຫລືອດັ່ງ ກ່າວ ແລະ ໄດ້ກ່າວສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນ ຢ່າງສູງມາຍັງ ບໍລິສັດ ທີ່ມີນໍ້າ ໃຈ ແລະ ໃຫ້ການຊ່ວຍເຫຼືອ ຊາວແຂວງວຽງຈັນທີ່ຖືກຜົນກະທົບຈາກໄພທຳມະຊາດ ຄັ້ງນີ້ ແລະ ຈະນວນໃຊ້ ເຂົ້າ ໃນການແກ້ໄຂຜົນກະທົບທີ່ ເກີດຂຶ້ນໃຫ້ມີປະສິດທິຜົນ ສູງສຸດ./.
+ ລັດຖະບານລາວມອບເງິນຊ່ວຍເຫລືອປະຊາຊົນຍີ່ປຸ່ນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ2018/
+ ທ່າແຕງມອບເງິນນະໂຍບາຍຕໍ່ຜູ້ມີຜົນງານໃນພາລະກິດປົດປ່ອຍຊາດ2018/