ງານວາງສະແດງເຕັກໂນໂລຊີລາວໄດ້ຮັບຄວາມສົນໃຈຈາກມວນຊົນ
ງານວາງສະແດງເຕັກໂນໂລຊີລາວ ປີ 2018 ໄດ້ຈັດຂຶ້ນລະຫວ່າງວັນທີ 12 ຫາ 21 ຕຸລາ ນີ້, ຢູ່ສູນການຄ້າລາວໄອເຕັກນະຄອນຫລວງວຽງຈັນ, ເຊິ່ງໄດ້ຮັບຄວາມສົນໃຈຈາກມວນຊົນເປັນຈຳນວນຫລາຍ, ໂດຍການເຂົ້າຮ່ວມເປີດງານຂອງທ່ານ ບຸນທອງ ຈິມມະນີ ຮອງນາຍົກລັດຖະມົນຕີ, ມີບັນດາທູຕານຸທທູດ, ຫົວໜ່ວຍການຜະລິດດ້ານເຕັກໂນໂລຊີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.
ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຮູ້ວ່າ: ງານວາງສະແດງເຕັກໂນໂລຊີລາວ ນີ້, ແມ່ນໜຶ່ງໃນການປະຕິບັດເປົ້າໝາຍຍຸດທະສາດ ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອສົ່ງເສີມການຖ່າຍທອດ, ການຄົ້ນຄ້ວາ, ການປະດິດສ້າງ ແລະ ການນຳໃຊ້ເຕັກໂນໂລຊີເຂົ້າໃນການພັດທະນເສດຖະກິດ-ສັງຄົມ, ຊຶ່ງໃນງານໄດ້ເຊື້ອເຊີນບັນດາສະຖາບັນຄົ້ນຄ້ວາ ແລະ ພັດທະນາ, ມະຫາວິທິຍາໄລ, ພາກສ່ວນທຸລະກິດ ຈາກພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຫລາຍກ່ວາ 100 ຫົວໜ່ວຍ, ຊຶ່ງນຳເອົາຜະລິດຕະພັນເຕັກໂນໂລຊີຊີວະພາບ ແລະ ກະສິກຳ, ພະລັງງານທົດແທນ ແລະ ວັດສະດຸໃໝ່, ຂໍ້ມູນຂ່າວສານ-ການສື່ສານ ແລະ ການບໍລິການ, ວິສະວະກຳ ແລະ ການອອກແບບ, ເອເລັກໂຕນິກ ແລະເຄື່ອງໃຊ້ໄຟຟ້າ, ການຂົນສົ່ງ, ການແພດ ແລະ ອື່ນໆ, ພ້ອມນັ້ນຍັງມີຫລາຍກິດຈະກຳ ເປັນຕົ້ນການຈັດສຳມະນາຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ງານພົບປະຄູ່ຮ່ວມມືດ້ານວິທະຍາສາດ ລະຫວ່າງ ສະຖາບັນການຄົ້ນຄ້ວາ, ຜູ້ຜະລິດ ແລະ ທຸລະກິດຕ່າງໆຂອງລາວ, ການແຂ່ງຂັນປະກວດແນວຄິດສ້າງສັນ ໃນການສ້າງສິ່ງປະດິດ ຈາກສິ່ງເສດເຫລືອ, ເພື່ອສົ່ງເສີມການຖ່າຍທອດນຳໃຊ້ເຂົ້າໃນການຜະລິດ ແລະ ການບໍລິການ, ເຮັດໃຫ້ສິນຄ້າລາວສາມາດແຂ່ງຂັນໄດ້ທັງພາຍໃນ ແລະ ຕ່າງປະເທດ.
ທ່ານ ພັນໂທ ສັນຕິ ຫລ່ຽມຜີ ຮອງພະແນກວິທະຍາສາດການທະຫານ ກະຊວງ ປ້ອງກັນປະເທດ ໃຫ້ຮູ້ວ່າ: ໃນງານຄັ້ງນີ້, ໄດ້ນຳເອົາເຄື່ອງມື ທີ່ກະຊວງປ້ອງກັນປະເທດ ຜະລິດຂຶ້ນ ເປັນຕົ້ນ ຮຸ່ນຍົນເກັບກູ້ລະເບີດ, ຮຸ່ນຍົນມອດໄຟ, ປືນຍິງລະເບີດໄລຍະໄກ ແລະ ອື່ນໆ ຊຶ່ງເຫັນວ່າໄດ້ຮັບຄວາມສົນໃຈຈາກມວນຊົນເຂົ້າຊົມເປັນຈຳນວນຫລາຍ.