ປະທານປະເທດ ບຸນຍັງ ວໍລະຈິດ ຈະເດີນທາງເຂົ້າຮ່ວມເວທີ ປຶກສາຫາລືຂັ້ນສູງວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວທາງໜຶ່ງເສັ້ນທາງ”.
ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລາວຈະເດີນທາງເຂົ້າຮ່ວມເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວທາງໜຶ່ງເສັ້ນທາງ” ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 14-15 ພຶດສະພານີ້ທີ່ນະຄອນຫລວງປັກກິ່ງ ສປຈີນ. ເວທີປຶກສາຫາລືດັ່ງກ່າວຖືກຈັດຂຶ້ນເປັນຄັ້ງທຳອິດພາຍຫລັງທ່ານ ສີ ຈິນ ຜິງ ປະທານປະເທດ ສປຈີນ ໄດ້ປະກາດຂໍ້ລິເລີ່ມ “ໜຶ່ງແລວທາງໜຶ່ງເສັ້ນທາງ” ຂຶ້ນໃນປີ 2013 ຊຶ່ງເປັນໜຶ່ງໃນການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດ ແລະ ການທູດເສດຖະກິດໃຫ້ເຂັ້ມແຂງ ແລະ ໜັກແໜ້ນ ໜຶ່ງແລວທາງໜຶ່ງເສັ້ນທາງ ແມ່ນຍຸດທະສາດທີ່ຜັນຂະຫຍາຍມາຈາກຂໍ້ລິເລີ່ມເສັ້ນທາງສາຍໄໜ, ເຊິ່ງໄດ້ປະຕິບັດແນວຄວາມຄິດການຮ່ວມມືແບບສັນຕິພາບ, ເປີດກວ້າງກາລະໂອກາດແລກປ່ຽນຄວາມຮູ້ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອປຶກສາຫາລືກ່ຽວກັບການຊອກຊ່ອງທາງແກ້ໄຂສະພາບເສດຖະກິດຂອງໂລກໃນປັດຈຸບັນ ແລະ ວາງແນວທາງເສດຖະກິດໃນອະນາຄົດ, ນະໂຍບາຍການເງິນ ແລະ ການພັດທະນາເສດຖະກິດ ແລະ ການເຊື່ອມຈອດກັນ, ພ້ອມສົ່ງເສີ່ມການເປັນຄູ່ຮ່ວມເພື່ອການພັດທະນາສ້າງຂະບວນໂລກາພິວັດໃຫ້ເປີດກ້ວາງ ແລະ ກວມລວມ ແລະ ແລກປ່ຽນບັນດາຂະບວນການວິວັດທີ່ເປັນຜົນປະໂຫຍດແກ່ທຸກຝ່າຍ.
ໃນໄລຍະການເຂົ້າຮ່ວມກອງປະຊຸມ, ທ່ານ ບຸນຍັງ ວໍລະຈິດ ຈະເຂົ້າຮ່ວມພິທີເປີດເວທີປຶກສາຫາລືຂັ້ນສູງ, ກອງປະຊຸມໂຕະມົນຂອງບັນດາທ່ານຜູ້ນໍາ ວ່າດ້ວຍການປະສານສົມທົບດ້ານນະໂຍບາຍ ເພື່ອການເປັນຄູ່ຮ່ວມທີ່ໃກ້ຊິດກັນຫລາຍຂຶ້ນ ແລະ ວ່າດ້ວຍການຮ່ວມມືດ້ານການເຊື່ອມຈອດເພື່ອການພັດທະນາທີ່ຕິດພັນກັນ ແລະ ເຂົ້າຮ່ວມງານລ້ຽງອາຫານທ່ຽງເຮັດວຽກໃນຫົວຂໍ້ “ຄວາມຜູກພັນລະຫວ່າງປະຊາຊົນກັບປະຊາຊົນທີ່ໃກ້ຊິດສະໜິດແໜ້ນ”.