ຈີນ ແລະ ທາຈິກິດສະຖານ ສັນຍາຈະ ສະໜັບສະໜູນກັນ ແລະ ຍົກລະດັບການພົວພັນ
ນາຍົກລັດຖະມົນຕີ ຫລີ ເຄີ້ສຽງ ຂອງຈີນ ກ່າວວ່າ: ຈີນ ແລະ ທາຈິກິດສະຖານ ຈະສະໜັບສະໜູນກັນ ແລະ ສະແຫວງຫາການພັດທະນາຮ່ວມກັນ ເພື່ອຍົກລະດັບການພົວພັນທະວີພາຄີ.
ທ່ານ ຫລີ ເຄີ້ສຽງ ມີຖະແຫລງການລະຫວ່າງເຈລະຈາກັບນາຍົກລັດຖະມົນຕີ ໂຄຄີ ຣາຊຸລໂຊດາ ທີ່ນະຄອນຫລວງດູຊານເບ ຂອງທາຈິກິດສະຖານ ໃນວັນທີ 14 ຕຸລາ. ທາຈິກິດສະຖານເປັນປະເທດທຳອິດໃນການຢ້ຽມຢາມເຂດຢູເຣຊີຂອງນາຍົກລັດຖະມົນຕີຈີນ ເຊິ່ງສະແດງໃຫ້ເຫັນວ່າ: ຈີນສົນໃຈເປັນຫຸ້ນສ່ວນທາງຍຸດທະສາດກັບທາຈິກິດສະຖານ. ທ່ານ ຫລີ ເຄີ້ສຽງ ກ່າວອ້າງເຖິງການພົວພັນສອງຝ່າຍທີ່ແຂງແກ່ນ ແລະ ພັດທະນາຢ່າງວ່ອງໄວ ລວມທັງການຮ່ວມມືທີ່ດີນຳກັນໃນທຸກດ້ານ ເຊິ່ງຈີນມີຄວາມພ້ອມຈະຊຸກຍູ້ໂຄງການລະບຽງເສດຖະກິດເສັ້ນທາງສາຍໄໝໃໝ່ຕາມຍຸດທະສາດການພັດທະນາທາຈິກິດສະຖານ ເພື່ອສົ່ງເສີມຄວາມກ້າວໜ້າ ແລະ ການຮ່ວມມືທົ່ວພາກພື້ນ. ທ່ານ ຫລີ ເຄີ້ສຽງ ກ່າວອີກວ່າ: ຕ້ອງຂະຫຍາຍການຮ່ວມມືທາງເສດຖະກິດ, ການຄ້າ ແລະ ການລົງທຶນ ລວມທັງສ້າງຄວາມເຊື່ອໝັ້ນໃຫ້ບໍລິສັດຈີນໃນການສົ່ງເສີມການລົງທຶນໃນທາຈິກິດສະຖານໃນຂະແໜງພະລັງງານ, ໄຟຟ້າ, ບໍ່ແຮ່ ແລະ ອຸດສາຫະກຳ. ສ່ວນນາຍົກລັດຖະມົນຕີທາຈິກິດສະຖານ ກ່າວວ່າ: ທາຈິກິດສະຖານຍິນດີຈະເຂົ້າຮ່ວມເສັ້ນທາງສາຍໄໝຂອງຈີນ ເພື່ອສົ່ງເສີມການຮ່ວມມືທາງການຄ້າ, ພະລັງງານ, ຂົນສົ່ງ, ກະສິກຳ, ການລົງທຶນ ແລະ ການເງິນ ລວມທັງຂະຫຍາຍການຮ່ວມມືໃນການແລກປ່ຽນທາງວັດທະນະທຳ.