ສ.ເກົາຫລີ ແລະ ສປປ ເກົາຫລີ ເລີ່ມການເຄື່ອນໄຫວເຈລະຈາຂັ້ນສູງ
ໃນວັນທີ 15 ຕຸລານີ້, ສ.ເກົາຫລີ ແລະ ສປປ ເກົາຫລີ ໄດ້ເລີ່ມດຳເນີນການເຈລະຈາຂັ້ນສູງ ເພື່ອແນໃສ່ປຶກສາຫາລືກ່ຽວກັບການຜັນຂະຫຍາຍຂໍ້ຕົກລົງທີ່ບັນລຸໄດ້ໃນກອງປະຊຸມສຸດຍອດລະຫວ່າງການນຳ 2 ຝ່າຍ ໃນເດືອນກັນຍາຜ່ານມາ. ການເຈລະຈາເລີ່ມແຕ່ເວລາ 10 ໂມງເຊົ້າຕາມເວລາທ້ອງຖິ່ນ ຢູ່ຫໍສັນຕິພາບຂຶ້ນກັບ ສ.ເກົາຫລີ ທີ່ປານມູນຈອມ.
ຄະນະຜູ້ແທນ ສ.ເກົາຫລີ ໂດຍທ່ານລັດຖະມົນຕີກະຊວງທ້ອນໂຮມປະເທດຊາດ Cho Myoung-guon ນຳໜ້າຄະນະ. ຂະນະທີ່ຜູ້ແທນ ສປປ ເກົາຫລີ ນຳໂດຍທ່ານ Ri Son-gwon ປະທານຄະນະກຳມະການຟື້ນຟູສັນຕິພາບ ນຳໜ້າ. ຄາດວ່າສອງຝ່າຍຈະປຶກສາຫາລືແຜນການສ້າງຕັ້ງຄະນະກຳມະການທະຫານປະສົມ ແລະ ຜັນຂະຫຍາຍການສຳຫລວດພື້ນທີ່ຕົວຈິງລວມກ່ຽວກັບເສັ້ນທາງລົດໄຟ ແລະ ທາງບົກຢູ່ ສປປ ເກົາຫລີ ເພື່ອແນໃສ່ຜັນຂະຫຍາຍໂຄງການເຊື່ອມຕໍ່ບັນດາລະບົບເສັ້ນທາງລົດໄຟ ແລະ ທາງບົກລະຫວ່າງ 2 ປະເທດ. ສອງຝ່າຍຈະພະຍາຍາມກຳນົດເວລາ ແລະ ສະຖານທີ່ຈັດຕັ້ງບັນດາກອງປະຊຸມທາງອິນເຕີເນັດຂອງສະພາກາແດງ ແລະ ແລກປ່ຽນຂໍ້ມູນຂ່າວສານລະຫວ່າງບັນດາຄອບຄົວທີ່ຖືກພັດພາກຈາກກັນ.