ຍົກນໍ້າໜັກຫລຽນຄໍາລາວ ຖືກຕ້ອນຮັບຢ່າງສົມກຽດ

- 44180455 481986428953672 2576840267176869888 n - ຍົກນໍ້າໜັກຫລຽນຄໍາລາວ ຖືກຕ້ອນຮັບຢ່າງສົມກຽດ
- kitchen vibe - ຍົກນໍ້າໜັກຫລຽນຄໍາລາວ ຖືກຕ້ອນຮັບຢ່າງສົມກຽດ

ທ້າຍອາທິດຜ່ານມາ ທີ່ສະໜາມບິນວັດໄຕ ນະຄອນຫລວງວຽງຈັນ, ນັກກິລາຍົກນໍ້າໜັກຫລຽນຄໍາ ພ້ອມດ້ວຍຄະນະຄູຝຶກໄດ້ເດີນທາງກັບມາເຖິງ ສປປ ລາວ ຫລັງຈາກເຂົ້າຮ່ວມການແຂ່ງຂັນເອຊຽນພາລາເກມຄັ້ງທີ 12 ທີ່ປະເທດອິນໂດເນເຊຍ ຈັດຂຶ້ນລະຫວ່າງວັນທີ 6-14 ຕຸລາຜ່ານມານີ້ ເຊິ່ງໃຫ້ກຽດຕ້ອນຮັບຂອງທ່ານ ສີທາດ ຈັນທະບູລີ ຫົວໜ້າກົມກິລາມວນຊົນ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ້າວ ເປ້ຍ ເຫລົາພັກດີ ນັກກິລາຍົກນໍ້າໜັກລຸ້ນ 49 ກິໂລ ທີ່ສາມາດຍາດໄດ້ຫລຽນຄໍາ ໃຫ້ສໍາພາດວ່າ: ການແຂ່ງຂັນຄັ້ງນີ້ມີນັກກິລາເຂົ້າຮ່ວມ 11 ຄົນ ເຊິ່ງມາຈາກ 8 ປະເທດ. ຜ່ານການແຂ່ງຂັນ ຕົນເອງຍົກໄດ້ 133 ກິໂລ ສາມາດຍາດຫລຽນຄໍາທໍາອິດໃຫ້ແກ່ ສປປ ລາວ,​ ສ່ວນຫລຽນເງິນ ແລະ ຫລຽນທອງ ຕົກເປັນຂອງທີມຊາດອິນເດຍ ເຊິ່ງຜົນງານດັ່ງກ່າວໄດ້ສ້າງຄວາມພູມໃຈໃຫ້ແກ່ຄະນະນໍາຫລາຍພໍສົມຄວນ ໂດຍຈະເປັນແຮງຊຸກຍູ້ໃຫ້ແກ່ຄົນພິການຫັນມາຫລິ້ນກິລາຫລາຍຂຶ້ນກວ່າເກົ່າ.

ການແຂ່ງຂັນເອຊຽນພາລາເກມຄັ້ງທີ 12 ທີ່ປະເທດອິນໂດເນເຊຍຄັ້ງນີ້ ສປປ ລາວໄດ້ສົ່ງນັກກິລາເຂົ້າຮ່ວມທັງໝົດ 16 ຄົນໃນ 4 ປະເພດກິລາຄື: ກິລາຍົກນໍ້າໜັກ, ລອຍນໍ້າ, ແລ່ນ-ລານ ແລະ ໂກນບານຍິງ.

- 5 - ຍົກນໍ້າໜັກຫລຽນຄໍາລາວ ຖືກຕ້ອນຮັບຢ່າງສົມກຽດ
- 4 - ຍົກນໍ້າໜັກຫລຽນຄໍາລາວ ຖືກຕ້ອນຮັບຢ່າງສົມກຽດ
- 3 - ຍົກນໍ້າໜັກຫລຽນຄໍາລາວ ຖືກຕ້ອນຮັບຢ່າງສົມກຽດ