ອາກາດຈະຮ້ອນແຮງຂຶ້ນ 1-3 ອົງສາ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 11-14 ພຶດສະພານີ້, ສະພາບອາກາດສ່ວນໃຫຍ່ຈະໄດ້ຮັບອິດທິພົນຂອງມວນອາກາດຮ້ອນ, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດຮ້ອນຂຶ້ນຕື່ມ 1-3 ອົງສາຢູ່ແຕ່ລະພາກ ແລະ ມີໝອກແຫ້ງປົກຫຸ້ມເປັນສ່ວນຫລາຍໃນຕອນກາງເວັນ, ສ່ວນຕອນບ່າຍຫາຕອນຄ່ຳຈະມີຝົນຕົກຟ້າຄະນອງ, ພ້ອມມີລົມພັດແຮງເປັນບາງໂອກາດໃນແຕ່ລະພາກ, ພາກເໜືອດ້ານຕາເວັນອອກ: ອາກາດຈະຮ້ອນໂດຍສະເພາະຢູ່ແຂວງຜົ້ງສາລີ ແລະ ຈະມີຝົນຕົກຟ້າຄະນອງໃນລະດັບປານກາງ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 18-20 ອົງສາ ແລະ ສູງສຸດ 29-31 ອົງສາ; ພາກເໜືອດ້ານຕາເວັນຕົກ: ຈະມີຝົນຕົກຟ້າຄະນອງຫລາຍຂຶ້ນໃນລະດັບຄ່ອຍຫາປານກາງ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 22-24 ອົງສາ ແລະ ສູງສຸດ 35-37 ອົງສາ; ນະຄອນຫລວງວຽງຈັນ: ຈະມີຝົນຕົກຟ້າຄະນອງຫລາຍຂຶ້ນໃນລະດັບຄ່ອຍຫາປານກາງ, ພ້ອມມີລົມພັດແຮງຢູ່ບໍລິເວນ, ອຸນຫະພູມຕ່ຳສຸດ 25-27 ອົງສາ ແລະ ສູງສຸດ 35-37 ອົງສາ, ພາກກາງ: ອາກາດຈະຮ້ອນເອົ້າ, ໂດຍສະເພາະແຂວງວຽງຈັນ, ຄຳມ່ວນ ແລະ ສະຫວັນນະເຂດ, ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ, ຈາກນັ້ນ ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍເປັນສ່ວນຫລາຍ ແລະ ຕົກປານກາງຢູ່ບາງທ້ອງຖິ່ນແຂວງບໍລິຄຳໄຊ, ວຽງຈັນ ແລະ ໄຊສົມບູນ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ ສູງສຸດ 35-37 ອົງສາ ແລະ ພາກໃຕ້: ອາກາດຈະຮ້ອນເອົ້າ, ພ້ອມມີໝອກແຫ້ງປົກຫຸ້ມຢູ່ບາງທ້ອງຖິ່ນແຂວງສາລະວັນ ແລະ ເຊກອງ, ຈາກນັ້ນ ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍເປັນສ່ວນຫລາຍ ແລະ ຕົກປານກາງຢູ່ບາງທ້ອງຖິ່ນແຂວງຈຳປາສັກ ແລະ ອັດຕະປື, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ ສູງສຸດ 34-36 ອົງສາ. ນອກນີ້ ໃນໄລຍະດັ່ງກ່າວ ຈະເປັນໄລຍະທ້າຍຂອງລະດູຮ້ອນ ແລະ ກ້າວເຂົ້າສູ່ລະດຝົນ, ພ້ອມນີ້ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງເພີ່ມຂຶ້ນພັດປົກຄຸມ, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຄະນອງ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ໂດຍສະເພາະປະຊາຊົນທີ່ອາໃສຢູ່ເຂດດັ່ງກ່າວ ຈົ່ງມີສະຕິ ເພື່ອຮັບມື ພ້ອມເອົາໃຈໃສ່ຕິດຕາມສະພາບອາກາດເປັນປະຈຳ.