ນາຍົກອົດສະຕຣາລີ ເຜີຍກຳລັງພິຈາລະນາ ຍ້າຍສະຖານທູດໄປເຢລູຊາເລມ
October 16, 2018 - 5:15 PM
ນາຍົກລັດຖະມົນຕີ ສະກອດ ມໍຣິສັນ ເປີດເຜີຍວ່າ: ອົດສະຕຣາລີກຳລັງພິຈາລະນາເລື່ອງການຍ້າຍສະຖານທູດໃນອິດສະລາແອນຈາກນະຄອນຫລວງເທລອາວີບໄປນະຄອນເຢລູຊາເລມ ຕາມຮອຍລັດຖະບານປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ.
ລັດຖະບານອົດສະຕຣາລີຍັງຍຶດໝັ້ນແນວທາງ 2 ລັດ ເພື່ອແກ້ໄຂບັນຫາຄວາມຂັດແຍ່ງລະຫວ່າງອິດສະລາແອນກັບປາແລັສຕິນ, ເຖິງວ່າແນວທາງນີ້ບໍ່ຄ່ອຍປະສົບຄວາມຄືບໜ້າໃນການແກ້ໄຂບັນຫາ.
ນາຍົກລັດຖະມົນຕີ ເບນຈາມິນ ເນຕັນຢາຮູ ຂອງອິດສະລາແອນ ເປີດເຜີຍກ່ອນໜ້ານີ້ໄດ້ມີໂອກາດຫາລືກັບທ່ານ ມໍຣິສັນ ພ້ອມສະແດງຄວາມຍິນດີຕໍ່ການປ່ຽນແປງດ້ານນະໂຍບາຍຂອງຜູ້ນຳອົດສະຕຣາລີ. ຂະນະທີ່ກ່ອນໜ້ານີ້ ທ່ານ ມໍຣິສັນ ລະບຸວ່າ: ຈະລົງມະຕິຄັດຄ້ານການຮັບຮອງໃຫ້ປາແລັສຕິນດຳລົງຕຳແໜ່ງປະທານກຸ່ມປະເທດກຳລັງພັດທະນາ G77.