ເວເນຊູເອລາ: ວິກິດເສດຖະກິດ ເຮັດໃຫ້ປະຊາຊົນຕ້ອງຊື້ຊີ້ນເໜົ່າກິນ
ສະພາບເສດຖະກິດລົ້ມສະຫລາຍໃນເວເນຊູເອລາເຮັດໃຫ້ປະຊາຊົນນັບລ້ານຕ້ອງອົບພະຍົບໜີຄວາມທຸກຍາກອອກນອກປະເທດ, ສ່ວນຄົນທີ່ເຫລືອຢູ່ຕ້ອງໃຊ້ຊີວິດຢ່າງຍາກລຳບາກ ຈາກບັນຫາຂາດເຂີນອາຫານ ແລະ ລະບົບສາທາລະນຸປະໂພກທີ່ລົ້ມເຫລວ ເຮັດໃຫ້ປັດຈຸບັນ ປະຊາຊົນຈຳນວນບໍ່ໜ້ອຍຈຳໃຈຕ້ອງຊື້ຊີ້ນເໜົ່າກິນເປັນອາຫານ.
ຈາກການສຳຫລວດຂອງທີມນັກຂ່າວ BBC ໄດ້ພົບກັບຮ້ານຂາຍຊີ້ນທີ່ຂາຍຊີ້ນງົວເໜົ່າໃຫ້ຜູ້ມີລາຍໄດ້ຕໍ່າ ໂດຍຊີ້ນເຫລົ່ານີ້ ມີລາຄາພຽງ 1% ຂອງເງິນເດືອນຂັ້ນຕໍ່າຂອງຊາວເວເນຊູເອລາ ເຊິ່ງຖືກຫລາຍເມື່ອທຽບໃສ່ຊີ້ນງົວ 1 ກິໂລ ທີ່ມີລາຄາ 1 ໃນ 3 ຂອງເງິນເດືອນຂັ້ນຕໍ່າຂອງຄົນເວເນຊູເອລາ.
ນັກຂ່າວ BBC ລະບຸວ່າ: ເຖິງວ່າເມືອງມາຣາໄຄໂບຈະເປັນສູນກາງການຜະລິດນ້ຳມັນຂອງປະເທດ, ແຕ່ພື້ນທີ່ເຂດນີ້ພັດປະສົບບັນຫາບໍ່ມີກະແສໄຟຟ້າໃຊ້ເປັນປະຈຳຈາກລະບົບສາທາລະນຸປະໂພກທີ່ລົ້ມເຫລວ. ພໍ່ຄ້າໃນຕະຫລາດເລົ່າໃຫ້ຟັງວ່າ: ບ່ອນນີ້ໄຟມອດມື້ລະ 10 ເທື່ອ ບາງເທື່ອມອດຕິດຕໍ່ກັນເຖິງ 4 ຊົ່ວໂມງ ເຮັດໃຫ້ຊີ້ນສັດທີ່ຂາຍເໜົ່າ.
ເວເນຊູເອລາ ເປັນປະເທດທີ່ມີປະລິມານນ້ຳມັນດິບສຳຮອງຫລາຍທີ່ສຸດໃນໂລກ, ນັບແຕ່ປີ 2014 ປະເທດທີ່ເຄີຍຮັ່ງມີທີ່ສຸດໃນພາກພື້ນອາເມລິກາລາຕິນແຫ່ງນີ້ພັດຕ້ອງຜະເຊີນວິກິດເສດຖະກິດ ແລະ ບັນຫາເງິນເຟີ້ຮຸນແຮງຈົນຄວບຄຸມບໍ່ຢູ່.
ສະພາບເສດຖະກິດຫລຸດຖອຍຢ່າງຮຸນແຮງຂອງເວເນຊູເອລາ ເນື່ອງມາຈາກລາຄານ້ຳມັນດິບໃນຕະຫລາດໂລກຕົກຕໍ່າ, ຂະນະທີ່ບັນດານັກການເມືອງຝ່າຍຄ້ານລະບຸວ່າ: ວິກິດເສດຖະກິດທີ່ກຳລັງຜະເຊີນ ມາຈາກການບໍລິຫານງານທີ່ຜິດພາດຂອງລັດຖະບານພັກສັງຄົມນິຍົມ.
ເຖິງຢ່າງໃດກໍຕາມ, ຜ່ານມາປະທານາທິບໍດີ ນິໂກລັສ ມາດູໂຣ ພະຍາຍາມກ່າວໂທດວ່າ: ບັນຫາທີ່ເກີດຂຶ້ນເປັນຝີມືຂອງສັດຕູການເມືອງຂອງທ່ານ ແລະ ການທີ່ບັນດາປະເທດເຮັດ “ສົງຄາມເສດຖະກິດ” ຂວ້ຳບາດເວເນຊູເອລາ ສົ່ງຜົນໃຫ້ປະເທດຕ້ອງປະສົບບັນຫາຂາດເຂີນສິນຄ້າອຸປະໂພກ-ບໍລິໂພກຂັ້ນພື້ນຖານທີ່ຈຳເປັນ ນັບແຕ່ອາຫານຈົນເຖິງຢາ ແລະ ເຄື່ອງໃຊ້ທີ່ຈຳເປັນເຊັ່ນ: ສະບູ, ຢາສະຜົມ ແລະ ຢາຖູແຂ້ວ ເປັນຕົ້ນ.
ຂໍ້ມູນຈາກສຳນັກງານຂ້າຫລວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ (UNHCR) ລະບຸວ່າ: ມີຊາວເວເນຊູເອລາອົບພະຍົບອອກຈາກປະເທດແລ້ວປະມານ 2,3 ລ້ານຄົນ ນັບແຕ່ປີ 2014 ເປັນຕົ້ນມາ ຫລື ຄິດເປັນ 7% ຂອງປະຊາກອນທົ່ວປະເທດ ເຊິ່ງທ່ານ ວິລລຽມ ສະປິນເລີ ຈາກ UNHCR ກ່າວວ່າ: ສະຖານະການທີ່ເກີດຂຶ້ນຖືເປັນ “ໜຶ່ງໃນການໂຍກຍ້າຍຖິ່ນຖານຂອງປະຊາກອນຄັ້ງໃຫຍ່ທີ່ສຸດໃນປະຫວັດສາດພາກພື້ນອາເມລິກາລາຕິນ”.