ຫ້ອງວ່າການສໍານັກງານນາຍົກຈັດສໍາມະນາການຄຸ້ມຄອງລັດ ແລະ ສັງຄົມດ້ວຍກົດໝາຍ


ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສຳມະນາວິຊາການໃນຫົວຂໍ້ “ການຍົກສູງປະສິດທິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ ແລະ ການເສີມສ້າງທັກສະໃນການປະກອບຄຳຄິດເຫັນຕໍ່ກອງປະຊຸມ ແລະ ເວທີຕ່າງໆ” ໃຫ້ແກ່ພະນັກງານ-ລັດຖະກອນຂອງຕົນ ຂຶ້ນໃນວັນທີ 17 ຕຸລານີ້ ເພື່ອເສີມສ້າງຄວາມຮູ້ໃຫ້ແກ່ພະນັກງານ-ລັດຖະກອນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມໝາຍ ແລະ ຄວາມສຳຄັນໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ຍົກສູງບົດບາດ ແລະ ຄວາມສາມາດຂອງພັກ ແລະ ການບໍລິຫານລັດ, ໂດຍສະເພາະພະນັກງານ-ລັດຖະກອນ ຍິ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້ຮັບຮູ້ ແລະ ເຂົ້າໃຈ ໃຫ້ຖືກຕ້ອງ ເພື່ອຮັບປະກັນໃນການຄົ້ນຄວ້າສັງລວມປະກອບຄຳຄິດຄຳເຫັນຕໍ່ບັນດາເອກະສານຕ່າງໆ ເພື່ອລາຍງານຂັ້ນເທິງຊີ້ນຳໃຫ້ຖືກຕ້ອງຕາມລະບຽບກົດໝາຍ.
ໃນໂອກາດນີ້, ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນບາງເນື້ອໃນມະຕິຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ວ່າດ້ວຍການຍົກສູງປະສິດທິພາບຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ, ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ເປັນພື້ນຖານຂອງການສ້າງລັດທີ່ປົກຄອງດ້ວຍກົດໝາຍ, ເຊິ່ງແມ່ນຂະບວນວິວັດໜຶ່ງຂອງການບູລະນະລະບອບປະຊາທິປະໄຕປະຊາຊົນ ທີ່ຕ້ອງດຳເນີນເປັນແຕ່ລະບາດກ້າວຢ່າງຮອບຄອບ ແລະ ໜັກແໜ້ນສູ່ຈຸດໝາຍສັງຄົມນິຍົມ. ນັບແຕ່ໄດ້ດຳເນີນແນວທາງປ່ຽນແປງໃໝ່ຢ່າງຮອບດ້ານທີ່ມີຫລັກການມານີ້, ພັກເຮົາໄດ້ນຳພາສ້າງ, ນຳໃຊ້ ແລະ ປັບປຸງລັດຖະທຳມະນູນ, ກົດໝາຍ, ນິຕິກຳຕ່າງໆໃຫ້ເປັນເຄື່ອງມືຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າ, ຂອງລັດ ແລະ ລວມໝູ່, ຮັບປະກັນການປົກປັກຮັກສາລະບອບປະຊາທິປະໄຕ ປະຊາຊົນໄດ້ຢ່າງໝັ້ນຄົງ.