ເລຂາ ສປຊ ຖະແຫລງເນື່ອງໃນ ວັນລຶບລ້າງຄວາມທຸກຍາກທົ່ວໂລກ
ທ່ານ ອັນໂຕນິໂອ ກູເຕີເຣັສ ເລຂາທິການສະຫະປະຊາຊາດ ກ່າວປາໄສເນື່ອງໃນວັນລຶບລ້າງຄວາມທຸກຍາກທົ່ວໂລກ 17 ຕຸລາ ໂດຍມີເຈົ້າໜ້າທີ່ ສປຊ ແລະ ຄະນະຜູ້ແທນຈາກອົງການສາກົນຕ່າງໆ ຫລາຍກວ່າ 200 ຄົນເຂົ້າຮ່ວມ ຢູ່ສຳນັກງານໃຫຍ່ສະຫະປະຊາຊາດ ແລະ ຮຽກຮ້ອງໃຫ້ຊ່ວຍກັນຫລຸດບັນຫາຄວາມທຸກຍາກ.
ທ່ານ ກູເຕີເຣັສ ກ່າວວ່າ: 10% ຂອງປະຊາກອນໂລກຍັງຢູ່ໃນລະດັບທຸກຍາກ ແລະ ຫລາຍກວ່າ 700 ລ້ານຄົນຍັງບໍ່ມີສິ່ງຂອງຈຳເປັນພື້ນຖານ. ດັ່ງນັ້ນ ຈຶ່ງຂໍຮຽກຮ້ອງໃຫ້ທຸກຝ່າຍຊ່ວຍກັນສ້າງຄວາມເທົ່າທຽມກັນທົ່ວໂລກ ໂດຍຈຳເປັນຕ້ອງມີນະໂຍບາຍເພື່ອສ້າງປັດໄຈທາງເສດຖະກິດທີ່ແຂງແກ່ນ ແລະ ສົ່ງເສີມການເຂົ້າເຖິງລະບົບການສຶກສາ, ບໍລິການສາທາລະນະສຸກ, ການຈ້າງວຽກ ແລະ ໄດ້ຮັບການຄຸ້ມຄອງຕາມສິດທາງສັງຄົມ. ການຈັດງານວັນລຶບລ້າງຄວາມທຸກຍາກທົ່ວໂລກ ເຊິ່ງມີຂຶ້ນເປັນປະຈຳທຸກປີມາແຕ່ປີ 1993 ເພື່ອສົ່ງເສີມການເນັ້ນໜັກເຖິງຄວາມຈຳເປັນໃນການແກ້ໄຂບັນຫາຄວາມທຸກຍາກທົ່ວໂລກ.