ອອງຣີ ຈະພາ ໂມນາໂກ ລຸ້ນຕິດ 1 ໃນ 3
ເທຍຣີ ອອງລີ ຜູ້ຈັດການທີມຄົນໃໝ່ຂອງ ໂມນາໂກ ທີມດັງໃນລີກເອິງ ຝຣັ່ງ ອອກມາສະແດງຄວາມເຊື່ອໝັ້ນວ່າ ໂມນາໂກ ມີໂອກາດຈະເລັ່ງຟອມເພື່ອພິກສະຖານະການກັບມາຕິດອັນດັບ 1 ໃນ 3 ເພື່ອຄວ້າໂກຕາໄປຫລິ້ນໃນ ຢູຟາ ແຊມປ້ຽນລີກ ລະດູການໜ້າໄດ້, ເຖິງວ່າເວລານີ້ ໂມນາໂກ ຈະເຮັດຜົນງານບໍ່ດີຢູ່ໃນເຂດຕົກຊັ້ນກໍຕາມ.
ຕຳນານດາວຍິງ ອາຣີເຊນອລ ແລະ ທີມຊາດຝຣັ່ງ ເຊິ່ງຫາກໍເປີດຕົວເປັນຜູ້ຈັດການທີມຄົນໃໝ່ຂອງ ໂມນາໂກ ໃນວັນທີ 17 ຕຸລາຜ່ານມາ ລະບຸວ່າ: ຕາບໃດທີ່ຍັງມີຄະແນນພຽງພໍໃຫ້ເກັບ ເພື່ອເຮັດຜົນງານໃຫ້ຈົບເປັນ 1 ໃນ 3 ອັນດັບທຳອິດໄດ້ ມັນຍັງມີໂອກາດເປັນໄປໄດ້, ເປັນວຽກທີ່ຍາວນານ ແລະ ຍາກ, ແຕ່ພວກເຮົາຕ້ອງເບິ່ງກັນຕໍ່ໄປວ່າຈະມີຄວາມເປັນໄປໄດ້ພຽງໃດ, ແຕ່ຕອນນີ້ພວກເຮົາຕ້ອງຢຸດເສຍປະຕູແບບງ່າຍໆກ່ອນ ແລະ ຕ້ອງຫາຈຸດສົມດູນໃຫ້ພົບ.