ຜົນກະທົບຈາກການຢູ່ໃນໂລກອອນລາຍ

ປະຈຸບັນຄົນສ່ວນຫລາຍຫັນມານຳໃຊ້ໂລກອອນລາຍຫລາຍຂຶ້ນ ສົ່ງຜົນເຮັດໃຫ້ຫລາຍຄົນຕ້ອງໄດ້ຮັບຜົນກະທົບຈາກການໝົກ ໝຸ້ນຢູ່ແຕ່ກັບການຫລິ້ນອິນເຕີເນັດ ຫລື ຢູ່ໃນໂລກອອນລາຍໝົດມື້ໝົດເວັນ ຈະເຮັດໃຫ້ເຮົາມີຄວາມຜູກພັນກັບຄົນໃນຄອບຄົວໜ້ອຍລົງ ແລະ ເຖິງວ່າຫລາຍຄົນຈະບອກວ່າໂລກອອນລາຍເຮັດໃຫ້ຄົນເຮົາໃກ້ຊິດກັນຫລາຍຂຶ້ນ ມັນກໍບໍ່ແມ່ນຄວາມຈິງສະເໝີໄປ. ສະນັ້ນ ທາງທີ່ດີເຮົາຫັນມາລົມກັນກັບຄົນໃນຄອບຄົວມັນຈະດີກ່ວາການລົມກັນຜ່ານໂຕໜັງສືຢ່າງແນ່ນອນ.
ອາລົມຂອງເຮົາຈະປັ່ນປ່ວນຫລາຍຂຶ້ນ ຈາກການໝົກໝຸ້ນກັບຈຳນວນຄົນມາກົດໄລ້ໃນໂລກອອນລາຍ ລວມເຖິງຕ້ອງພົບກັບ ນັກເລງແປ້ນພິມຕະຫລອດເວລາ ບໍ່ມີມື້ຢຸດ ຕົ້ນເຫດເຫລົ່ານີ້ຈະເຮັດໃຫ້ອາລົມຂອງເຮົາທີ່ເຄີຍດີເຕັມຮ້ອຍ ກາຍເປັນຄົນເຄັ່ງຄຽດຕະຫລອດເວລາ, ໝຸດໝັດງ່າຍ ລວມເຖິງຈະກາຍເປັນຄົນທີ່ຮຽກຮ້ອງຄວາມສົນໃຈຫລາຍເກີນໄປ ຈົນອາດເຮັດໃຫ້ເຮົາກາຍເປັນຄົນທີ່ບໍ່ໝັ້ນໃຈໃນໂຕເອງໃນທຸກໆເລື່ອງໄດ້.
ສູນເສຍຄວາມເປັນສ່ວນໂຕ ບໍ່ວ່າຈະແມ່ນຂໍ້ມູນຫຍັງກໍຕາມທີ່ເຮົາລົງໄວ້ໃນໂລກອອນລາຍຢ່າງບໍ່ລະວັງ ອາດຕ້ອງພົບກັບກຸ່ມຄົນບໍ່ດີທີ່ມັກຕິດຕາມເຮົາຕະຫລອດເວລາໃນໂລກຂອງຄວາມເປັນຈິງກໍເປັນໄດ້.
ເຫລົ່ານີ້ເປັນພຽງຜົນກະທົບພາກສ່ວນໜຶ່ງຈາກການຢູ່ໃນໂລກອອນລາຍ, ແຕ່ຖ້າຫາກເຮົາຫລິ້ນຢ່າງຖືກວິທີ ກໍຈະສາມາດຊ່ວຍໃຫ້ເຮົາລອດພົ້ນຈາກຜົນກະທົບຕ່າງໆເຫລົ່ານີ້ໄດ້.