ເຜີຍແຜ່ຄວາມຮູ້ການໄປສຶກສາຕໍ່ ຢູ່ປະເທດຍີ່ປຸ່ນ
ສະຖາບັນພັດທະນາຊັບ ພະຍາກອນມະນຸດລາວ-ຍີ່ປຸ່ນ (ສລຍ) ທີ່ມະຫາວິທະຍາໄລ ແຫ່ງຊາດ (ມຊ) ຈັດງານພົບ ປະເຜີຍແຜ່ຄວາມຮູ້ສໍາລັບ ການໄປສຶກສາຕໍ່ຢູ່ປະເທດ ຍີ່ປຸ່ນຂຶ້ນໃນວັນທີ 17 ຕຸລານີ້ ຢູ່ສະຖາບັນດັ່ງກ່າວ, ເພື່ອໃຫ້ ຄູ-ອາຈານ ພະນັກງານ ແລະ ນັກສຶກສາ ລາວເຂົ້າໃຈເລິກ ເຊິ່ງຕື່ມອີກກ່ຽວກັບຂໍ້ມູນການ ໄປສຶກສາຢູ່ປະເທດຍີ່ປຸ່ນ ເພື່ອ ແນ່ໃສ່ເພີມທະວີຄວາມສາມັກ ຄີລະຫວ່າງບັນດາສະຖາບັນ ການສຶກສາຂອງລາວ ແລະ ຍີ່ ປຸ່ນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
+ ຈັດອັນດັບປະເທດທີ່ມີລະບົບການສຶກສາດີທີ່ສຸດໃນໂລກ2018/
+ ສະມາຄົມລາວຈີນຈັດງານນິທັດສະການການສຶກສາແນະນຳການສອບເສັງເອົາທຶນໄປຮຽນຕໍ່ຢູ່ຈີນ2017/
ໃນໂອກາດນີ້, ທ່ານ ອະທິ ການບໍດີມະຫາວິທະຍາ ໄລ ດັ່ງກ່າວໄດ້ຍົກໃຫ້ເຫັນວ່າ: ໃນ ໄລຍະຜ່ານມາ ສປປ ລາວ ໄດ້ ຮັບການຮ່ວມມື ແລະ ຊ່ວຍ ເຫຼືອຫຼາຍດ້ານກ່ຽວກັບການ ສຶກສາຈາກປະເທດຍີ່ປຸ່ນ ເປັນ ຕົ້ນດ້ານເຕັກນິກວິຊາການ ແລະ ໄດ້ຮ່ວມລົງນາມໃນບົດ ບັນທຶກຄວາມເຂົ້າໃຈກັບຫຼາຍ ມະຫາວິທະຍາໄລ ແລະ ສະຖາ ບັນການສຶກສາຂອງຍີ່ປຸ່ນ ແລະ ໄດ້ສ້າງເຄືອຂ່າຍການຮ່ວມ ມືທີ່ດີນໍາກັນຕະຫຼອດມາ ໂດຍ ສະເພາະການເຄື່ອນໄຫວແລກ ປ່ຽນການສຶກສາ, ການຄົ້ນ ຄວ້າວິໄຈ, ການແລກປ່ຽນຄູ- ອາຈານ, ການຈັດກິດຈະກໍາ ແລກປ່ຽນວັດທະນະທໍາ ແລະ ກິດຈະກໍາອື່ນໆຂອງນັກສຶກ ສາລາວ-ຍີ່ປຸ່ນ ແລະ ໄດ້ຮ່ວມ ກັບມະຫາວິທະຍາໄລ ແລະ ອົງການຈັດຕັ້ງຕ່າງໆຂອງ ຍີ່ປຸ່ນ ຈັດງານພົບປະນີ້ຂຶ້ນເພື່ອ ແລກປ່ຽນບົດຮຽນ ແລະ ປະສົບ ການຕ່າງໆ ໃນການໄປສຶກ ສາຮຳ່ຮຽນ ແລະ ຄົ້ນຄວ້າວິ ທະຍາສາດຕ່າງໆຢູ່ປະເທດ ຍີ່ປຸ່ນຕື່ມອີກ./.