ເດ ເຄອາ ລັງເລຕໍ່ສັນຍາ ເຫດບໍ່ໝັ້ນໃຈທີມມີລຸ້ນແຊ້ມ

- news201810191223700 - ເດ ເຄອາ ລັງເລຕໍ່ສັນຍາ ເຫດບໍ່ໝັ້ນໃຈທີມມີລຸ້ນແຊ້ມ
- kitchen vibe - ເດ ເຄອາ ລັງເລຕໍ່ສັນຍາ ເຫດບໍ່ໝັ້ນໃຈທີມມີລຸ້ນແຊ້ມ

​ດາບິດ ​ເດ ​ເຄອາ ຜູ້​ຮັກສາ​ປະຕູ​ຄົນ​ດັງ​ຂອງ ​​ແມນ​ເຊັສ​ເຕີ ຢູ​ໄນ​ເຕັດ ຍອດ​ສະ​ໂມ​ສອນ​ແຫ່ງ ພຣີ​ເມຍ​ລີກ ອັງກິດ ລັງ​ເລ​ທີ່​ຈະ​ຕໍ່​ສັນຍາ ​ເພາະ​ບໍ່​ໝັ້ນ​ໃຈ​ວ່າ​ທີ​ມມີ​ດີ​ພໍ​ທີ່​ຈະ​ໄດ້​ລຸ້ນ​ແຊ້ມລາຍການ​ໃຫຍ່ໆ ຫລື ບໍ່.

​ເດ ​ເຄອາ ຈະ​ໝົດ​ສັນຍາ​ກັບ​ທີ​ມ​ໃນ​ປີໜ້າ​ແລ້ວ ​ໂດຍ​ທາງ ​ແມນ​​ເຊັສ​ເຕີ ຢູ​ໄນ​ເຕັດ ຢາກ​ຈັບ​ລາວ​ຕໍ່​ສັນຍາ​ໄລຍະ​ຍາວ​ໃຫ້​ໄດ້ ຄື ລຸກ ຊໍ ທີ່​ຫາ​ກໍ​ຕໍ່​ສັນຍາ​ໄປ​ຮອດ​ປີ 2023 ​ແລະ ​ເຊື່ອ​ກັນ​ວ່າ ​ແມນ​ເຊັສ​ເຕີ ຢູ​ໄນ​ເຕັດ ຍື່ນ​ສັນຍາ​ສະບັບ​ໃໝ່​ໃຫ້ ​ເດ ​ເຄອາ ​ແລ້ວ ​ເຊິ່ງຈະ​ເຮັດ​ໃຫ້​ລາວ​ໄດ້​ຄ່າ​ເມື່ອຍ​ເພີ່ມ​ເປັນ 275.000 ປອນຕໍ່​ອາທິດ.

- Visit Laos Visit SALANA BOUTIQUE HOTEL - ເດ ເຄອາ ລັງເລຕໍ່ສັນຍາ ເຫດບໍ່ໝັ້ນໃຈທີມມີລຸ້ນແຊ້ມ

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ປັດຈຸບັນ ​ເດ ​ເຄອາ ຍັງ​ບໍ່​ຕົກລົງ​ຈະ​ຕໍ່​ສັນຍາ​ເທື່ອ ​ເຊິ່ງສາ​ເຫດ​ເປັນ​ຍ້ອນ​ລາວ​ຢາກ​ມີ​ລຸ້ນຄວ້າ​ແຊ້ມ ທັງ​ລາຍການພາຍ​ໃນ​ປະ​ເທດ ​ແລະ ​ໃນ​ລະດັບ​ທະວີບ​ເອີຣົບຫລາຍ​ກວ່າ​ນີ້ ​ແລະ ຕອນ​ນີ້​ລາວ​ບໍ່ໝັ້ນ​ໃຈ​ວ່າ: ​ແມນ​ເຊັສ​ເຕີ ຢູ​ໄນ​ເຕັດ ມີ​ປະສິດທິພາບ​ພໍ​ສຳລັບ​ເລື່ອ​ງ​ເຫລົ່ານັ້ນ ຫລື ບໍ່, ​ເຖິງ​ວ່າ ​ເດ ​ເຄອາ ຈະ​ໄດ້​ຮັບ​ການ​ຍົກຍ້ອງ​ຈາກ​ຫລາຍ​ຝ່າຍ​ວ່າ​ເປັນ​ໜຶ່ງ​ໃນ​ຜູ້​ຮັກສາ​ປະຕູ​​ເກັ່ງ​ທີ່​ສຸດ​ຂອງ​ໂລກ​ໃນ​ຕອນ​ນີ້, ​ແຕ່​ລາວ​ໄດ້​ແຊ້ມ ພຣີ​ເມຍ​ລີກ, ​ແຊ້ມ ​ເອັຟ​ເອ ຄັບ, ​ແຊ້ມ ອີ​ເອັຟ​ແອ​ລ ຄັບ (ລີກ ຄັບ ​ເດີມ) ​ແລະ ​ແຊ້ມ ຢູຟາ ຢູ​ໂຣປາ ລີກ ກັບຕົ້ນສັງກັດ​ຢ່າງ​ລະ 1 ສະ​ໄໝ​ເທົ່າ​ນັ້ນ.

- 5 - ເດ ເຄອາ ລັງເລຕໍ່ສັນຍາ ເຫດບໍ່ໝັ້ນໃຈທີມມີລຸ້ນແຊ້ມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!