ສອງເກົາຫລີ ແລະ UNC ຕົກລົງ ຖອນກຳລັງທະຫານຢູ່ຊາຍແດນເກົາຫລີ
ສປປ ເກົາຫລີ ແລະ ສ.ເກົາຫລີ ຮ່ວມກັບເຈົ້າໜ້າທີ່ສູນບັນຊາການສະຫະປະຊາຊາດ ກຽມຖອນການໃຊ້ອາວຸດປືນ ແລະ ເຈົ້າໜ້າທີ່ອອກຈາກຈຸດສັງເກດການບໍລິເວນພື້ນທີ່ຄວາມໝັ້ນຄົງຮ່ວມສອງຝັ່ງ ພາຍໃນວັນທີ 25 ຕຸລານີ້.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງປ້ອງກັນປະເທດຂອງ ສ.ເກົາຫລີ ອອກຖະແຫລງການໃນວັນທີ 22 ຕຸລາ ກ່ຽວກັບຜົນກອງປະຊຸມຮ່ວມລະດັບໄຕພາຄີຄັ້ງທີ 2 ໃນຮອບອາທິດ ຢູ່ອາຄານສັນຕິພາບ ລະຫວ່າງເຈົ້າໜ້າທີ່ລະດັບສູງຂອງກອງທັບ ສ.ເກົາຫລີ, ກອງທັບປົດປ່ອຍປະຊາຊົນເກົາຫລີ (KPA) ແລະ ສູນບັນຊາການສະຫະປະຊາຊາດ (UNC) ທີ່ມີອາເມລິກາເປັນກຳລັງຫລັກ ເຊິ່ງເບິ່ງແຍງພື້ນທີ່ຄວາມໝັ້ນຄົງຮ່ວມເບື້ອງໃຕ້ຂອງເຂດປອດທະຫານວ່າ: ທັງສາມຝ່າຍຈະເກັບອາວຸດປືນ ແລະ ຖອນກຳລັງເຈົ້າໜ້າທີ່ອອກຈາກຈຸດສັງເກດການບໍລິເວນພື້ນທີ່ຄວາມໝັ້ນຄົງຮ່ວມສອງຝັ່ງ ພາຍໃນວັນທີ 25 ຕຸລານີ້ ໂດຍເມື່ອຄົບກຳນົດການຖອນກຳລັງພົນ ແລະ ສັບພາວຸດ, ເຈົ້າໜ້າທີ່ຂອງທຸກຝ່າຍຈະລົງພື້ນທີ່ກວດສອບຄວາມຮຽບຮ້ອຍຮ່ວມກັນເປັນເວລາ 2 ວັນ.
▪ DISARMING JSA
Two #Koreas, #UN Command to withdraw guard posts, firearms at #JSA by Oct. 25th pic.twitter.com/dATTUaGES0
— Arirang News (@arirangtvnews) October 23, 2018
ທັງນີ້, ພື້ນທີ່ຄວາມໝັ້ນຄົງຮ່ວມ (JSA) ຕາມຂໍ້ຕົກລົງດັ່ງກ່າວ ໝາຍເຖິງບ້ານປານມຸນຈອມ ພື້ນທີ່ແຫ່ງດຽວຢູ່ຊາຍແດນຄວາມຍາວ 250 ກິໂລແມັດ ທີ່ທະຫານ ສປປ ເກົາຫລີ ແລະ ສ.ເກົາຫລີ ຢືນຍາມຕະຫລອດ 24 ຊົ່ວໂມງ. ຂະນະດຽວກັນ ມີລາຍງານອີກວ່າ: ສປປ ເກົາຫລີ ຈະຢຸດການຊ້ອມຮົບຍິງປືນໃຫຍ່ດ້ວຍລູກປືນແທ້ ແລະ ປິດປ້ອມປືມທຸກແຫ່ງນັບແຕ່ວັນທີ 1 ພະຈິກນີ້ ແລະ ສອງເກົາຫລີຈະຫາລືຮ່ວມກັນອີກ ເລື່ອງການປິດຈຸດສັງເກດການ 11 ແຫ່ງ ພາຍໃນລັດສະໝີ 1 ກິໂລແມັດ ຈາກເສັ້ນແບ່ງເຂດແດນທາງທະຫານພາຍໃນປີນີ້.