ລິເວີພູລ ຍິ້ມ ! ມາເນ່ ພ້ອມຄືນສະໜາມພົບ ຊເວຊດ້າ
ລິເວີພູລ ເອ໊ກໂຄ່ ສື່ຂອງອັງກິດ ລາຍງານວ່າ: ຊາດິໂອ ມາເນ່ ປີກຄວາມໄວສູງຂອງ ລິເວີພູລ ພ້ອມກັບມາຊ່ວຍທີມໃນເກມ ແຊມປ້ຽນລີກ ນັດພົບກັບ ຊເວຊດ້າ.
ຊາດິໂອ ມາເນ່ ປີກຄົນເກັ່ງຂອງ ລິເວີພູລ ສະໂມສອນຍັກໃຫຍ່ແຫ່ງວົງການ ພຣີເມຍລີກ ອັງກິດ ຈະພ້ອມຊ່ວຍທີມໃນເກມ ຢູຟາ ແຊມປ້ຽນລີກ ຮອບແບ່ງກຸ່ມ ກຸ່ມ C ນັດທີ່ຕົ້ນສັງກັດຂອງລາວຕ້ອງເປີດບ້ານ ແອນຟິລ ຮັບການມາຢາມຂອງ ເຊີເວນ່າ ຊເວຊດ້າ (ເຣັດ ສຕາຣ ເບລເກຣດ) ໃນວັນທີ 24 ຕຸລານີ້.
ກ່ອນໜ້ານີ້, ມາເນ່ ມີອາການກະດູກນິ້ວໂປ້ລ້າວຕອນໄປຮັບໃຊ້ທີມຊາດເຊເນກັລ ໂດຍອາການເຈັບດັ່ງກ່າວເຮັດໃຫ້ລາວພາດເກມລີກນັດທີ່ ລິເວີພູລ ບຸກໄປຊະນະ ຮັດເດີຟິລ ທາວ 1-0 ໃນວັນທີ 20 ຕຸລາຜ່ານມາ.
ຫລ້າສຸດ ມາເນ່ ສາມາດກັບມາລົງຊ້ອມແບບເຕັມທີ່ໄດ້ແລ້ວ ເຊິ່ງແປວ່າລາວພ້ອມລົງຫລິ້ນໃນເກມວັນທີ 24 ຕຸລານີ້. ເຖິງຢ່າງໃດກໍຕາມ, ເຈີເກັ້ນ ຄລ໊ອປ ຜູ້ຈັດການທີມ ລິເວີພູລ ຍັງຕ້ອງຖ້າເບິ່ງສະພາບຄວາມຟິດຂອງ ຈໍແດນ ເຮນເດີສັນ ກອງກາງຊາວອັງກິດຢູ່ ຫລັງຈາກລາວມີອາການເອັນຫລັງຫົວເຂົ່າເຄັ່ງຈາກເກມກັບ ຮັດເດີຟິລ ຈົນຖືກປ່ຽນຕົວອອກຈາກສະໜາມໃນໄລຍະພັກເຄິ່ງ, ສ່ວນ ນາປີ ເກອິຕ້າ ທີ່ເຈັບບໍລິເວນເອັນຫລັງຫົວເຂົ່າແຕ່ຕອນຫລິ້ນໃຫ້ທີມຊາດກີນີ ຍັງບໍ່ສາມາດກັບມາຊ່ວຍທີມໄດ້ເປັນທີ່ແນ່ນອນ.