ຈະຄວບຄຸມລາຄາສິນຄ້າແນວໃດດີ ເມື່ອລັດຂຶ້ນລາຄານໍ້າມັນອີກລິດລະ 200 ກີບ
ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟໃຫ້ປັບລາຄານໍ້າມັນແອັດຊັງພິເສດຂຶ້ນອີກ 230 ກີບ, ແອັດຊັງທໍາມະດາ ແລະ ກາຊວນ 200 ກີບຕໍ່ລິດ, ໂດຍໃຫ້ເລີ່ມປະຕິບັດແຕ່ເວລາ 6:00 ໂມງຂອງວັນທີ 24 ຕຸລາເປັນຕົ້ນໄປ ຈົນກວ່າມີແຈ້ງການປ່ຽນແປງ. ສໍາລັບລາຄານໍ້າມັນປັບໃໝ່ຢູ່ແຕ່ລະທ້ອງຖິ່ນ ມີດັ່ງນີ້: ນະຄອນຫລວງວຽງຈັນ ແອັດຊັງພິເສດ 11.090, ແອັດຊັງທໍາມະດາ 9.860 ແລະ ກາຊວນ 8.890 ກີບຕໍ່ລິດ. ຜົ້ງສາລີ ແອັດຊັງທໍາມະດາ 10.620 ແລະ ກາຊວນ 9.650 ກີບຕໍ່ລິດ. ຫລວງນໍ້າທາ ແອັດຊັງທໍາມະດາ 10.220 ແລະ ກາຊວນ 9.250 ກີບຕໍ່ລິດ. ອຸດົມໄຊ ແອັດຊັງພິເສດ 11.570, ແອັດຊັງທໍາມະດາ 10.340 ແລະ ກາຊວນ 9.370 ກີບຕໍ່ລິດ. ບໍ່ແກ້ວ ແອັດຊັງພິເສດ 11.190, ແອັດຊັງທໍາມະດາ 9.960 ແລະ ກາຊວນ 8.990 ກີບຕໍ່ລິດ. ຫລວງພະບາງ ແອັດຊັງພິເສດ 11.550, ແອັດຊັງທໍາມະດາ 10.320 ແລະ ກາຊວນ 9.350 ກີບຕໍ່ລິດ. ໄຊຍະບູລີ ແອັດຊັງທໍາມະດາ 10.260 ແລະ ກາຊວນ 9.290 ກີບຕໍ່ລິດ. ຫົວພັນ ແອັດຊັງທໍາມະດາ 10.260 ແລະ ກາຊວນ 9.290 ກີບຕໍ່ລິດ. ຊຽງຂວາງ ແອັດຊັງທໍາມະດາ 10.050 ແລະ ກາຊວນ 9.080 ກີບຕໍ່ລິດ. ແຂວງວຽງຈັນ ແອັດຊັງພິເສດ11.090, ແອັດຊັງທໍາມະດາ 9.860 ແລະ ກາຊວນ 8.890 ກີບຕໍ່ລິດ. ບໍລິຄໍາໄຊ ແອັດຊັງພິເສດ 11.170, ແອັດຊັງທໍາມະດາ 9.940 ແລະ ກາຊວນ 8.970 ກີບຕໍ່ລິດ. ຄໍາມ່ວນ ແອັດຊັງພິເສດ 11.120, ແອັດຊັງທໍາມະດາ 9.890 ແລະ ກາຊວນ 8.920 ກີບຕໍ່ລິດ. ສະຫວັນນະເຂດ ແອັດຊັງພິເສດ 11.120, ແອັດຊັງທໍາມະດາ 9.890 ແລະ ກາຊວນ 8.920 ກີບຕໍ່ລິດ. ສາລະວັນ ແອັດຊັງທໍາມະດາ 10.070 ແລະ ກາຊວນ 9.100 ກີບຕໍ່ລິດ. ຈໍາປາສັກ ແອັດຊັງພິເສດ 11.150, ແອັດຊັງທໍາມະດາ 9.920 ແລະ ກາຊວນ 8.950 ກີບຕໍ່ລິດ. ເຊກອງ ແອັດຊັງທໍາມະດາ 10.100 ແລະ ກາຊວນ 9.130 ກີບຕໍ່ລິດ. ອັດຕະປື ແອັດຊັງພິເສດ 11.330, ແອັດຊັງທໍາມະດາ 10.100 ແລະ ກາຊວນ 9.130 ກີບຕໍ່ລິດ ແລະ ແຂວງໄຊສົມບູນ ແອັດຊັງທໍາມະດາ 10.100 ແລະ ກາຊວນ 9.130 ກີບຕໍ່ລິດ.
ຈາກການເພີ່ມຂຶ້ນຂອງລາຄານ້ຳມັນແຕ່ລະຊະນິດດັ່ງກ່າວ ຈະສົ່ງຜົນກະທົບບໍ່ໜ້ອຍໃຫ້ແກ່ການຄຸ້ມຄອງຄ່າຄອງຊີບຂອງປະຊາຊົນໃນຊ່ວງໄລຍະທີ່ປະເທດເຮົາໄດ້ຮັບຜົນກະທົບໜັກໜ່ວງຈາກໄພນ້ຳຖ້ວມໃນລະດູຝົນຜ່ານມາ. ດັ່ງນັ້ນ ການຄວບຄຸມລາຄາສິນຄ້າຈຶ່ງເປັນຂອດສຳຄັນ ເພື່ອຊ່ວຍໃຫ້ການດຳລົງຊີວິດຂອງປະຊາຊົນເຮົາສາມາດຜ່ານວິກິດການນີ້ໄປໄດ້ໂດຍດີ.