ຍ້ອນຫຍັງ? ການເກັບຄ່າຝາກລົດງານບຸນຊ່ວງເຮືອປີນີ້ ຈຶ່ງບໍ່ມີຄວາມເປັນເອກະພາບ

ໂດຍ: ທ່ຽງທຳ
ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ກໍດັ່ງພວກເຮົາຮັບ ຮູ້ນຳກັນແລ້ວວ່າປັດຈຸບັນການຄົບງັນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນ ໄດ້ ເລີ່ມຂຶ້ນຢ່າງເປັນທາງການ ແລ້ວໂດຍມີຫລາຍກິດຈະກຳ ໃນການຈັດງານບຸນ, ດັ່ງກ່າວ ແຕ່ກໍໜ້າເສຍດາຍຕໍ່ຄວາມບໍ່ ເປັນເອກະພາບໃນການເກັບ ຄ່າຝາກລົດຂອງຜູ້ມາຮ່ວມງານ ບຸນອັນຄືກຄື້ນນີ້, ບາງບ່ອນ ກໍເກັບ 5.000 ກີບ, ສຳລັບລົດ ຈັກ ແລະ ບາງບ່ອນກໍເກັບ 10.000 ກີບຕໍ່ຄັນ, ສ່ວນລົດ ໃຫຍ່ກໍເປັນ 15.000-20.000ກີບກໍມີ, ເຊິ່ງບໍ່ໄປຕາມຄະນະ ກຳມະການຈັດງານກຳນົດ, ໂດຍມີການສວຍໂອກາດຂຶ້ນ ລາຄາ, ຢ່າງລຳພັງສະນັ້ນ ຈຶ່ງ ເປັນບັນຫາ ແລະ ໃຫ້ເກີດມີ ຫາງສຽງຈົ່ມວ່າ ຈາກສັງຄົມ ບໍ່ໜ້ອຍຕໍ່ການຄຸ້ມຄອງກວດ ກາສະພາບ ດັ່ງກ່າວ ເພື່ອຄວາມ ຍຸຕິທຳ ແລະ ອຳນວຍຄວາມ ສະດວກແກ່ຜູ້ມາທ່ຽວບຸນ.
ຕໍ່ກັບບັນຫາດັ່ງກ່າວນັກ ຂ່າວໜັງສືພິມລາວພັດທະນາ ໄດ້ຕິດຕໍ່ສອບຖາມ ຄະນະກຳ ມະການຈັດງານບຸນຊ່ວງເຮືອ ທ່າວັດຈັນ ແລະ ໄດ້ຮັບຄຳຕອບ ວ່າ: ສຳລັບການຈັດງານບຸນ ດັ່ງກ່າວ, ທາງຄະນະກຳມະ ການ, ກໍຄືເມືອງຈັນທະບູລີໄດ້ ມອບໃຫ້ 3 ບໍລິສັດເປັນຜູ້ສຳ ປະທານ ຄື: ບໍລິສັດ ດາວເຮືອງ ຈຳກັດ ແມ່ນເຂດພຶ້ນທີ່ນັບ ແຕ່ 3 ແຍກປາກປາສັກລົງໄປ ຮອດສ່ວນເຈົ້າອານຸວົງ, ສ່ວນ ບໍລິສັດ ວິສາຫະກິດ ສ່ວນບຸນ ຄົນ ຮ້ານອາຫານ ຟຸຈິວະຣະ ແມ່ນເຂດ ພຶ້ນທີ່ 2 ຝາກທາງ ຂອງຖະໜົນ ຟ້າງຸ່ມ, ທາງຮ່ອມ- ທາງຊອຍ ແລະ ນັບແຕ່ 3 ແຍກ ປາກປາສັກຂຶ້ນໄປຫາຈຸດ ປ່ອຍເຮືອ ບໍລິເວນເຂດບ້ານ ສີຖານເໜືອ, ເມືອງ ສີໂຄດ ຕະບອງ ແລະ ບໍລິສັດ ຄຳເສັງ ແມ່ນຮັບຜິດຊອບເຂດໜ້າ ໂຮງໝໍມະໂຫສົດໄປຫາວັດ ຊຽງຍືນ, ນອກນັ້ນຍັງຮັບຜິດ ຊອບເຂດຝາກລົດນັບແຕ່ ມ ປາຍ ສີໂຄດລົງໄປຮອດ ໂຮງໝໍມະໂຫສົດ ເຊິ່ງສາ ເຫດທີ່ເຮັດໃຫ້ການເກັບຄ່າ ຝາກລົດບໍ່ເອກະພາບຍ້ອນມີ ຜູ້ປະກອບການສຳປະທານພື້ນທີ່ຝາກລົດສວຍໂອກາດ, ຂະ ນະດຽວກັນ ກໍມີເຮືອນປະຊາ ຊົນທີ່ ແລະ ມີພຶ້ນທີ່ກໍເປີດບໍລິ ການຝາກລົດ ແລະ ອຳນາດ ການປົກຄອງບ້ານວັດຈັນກໍເຮັດ ການບໍລິການຝາກລົດເພື່ອ ສ້າງລາຍຮັບເຊັ່ນກັນ, ດັ່ງນັ້ນ ຈິ່ງເຮັດໃຫ້ການຄຸ້ມຄອງກວດ ກາພົບບັນຫາຫຍຸ້ງຍາກ.
ທ່ານ ເຈົ້າເມືອງ ຈັນທະບູລີ ໃຫ້ຮູ້ວ່າ: ບຸນຊ່ວງເຮືອປີນີ້ໄດ້ ເອົາໃຈໃສ່ເປັນພິເສດໃນການ ກວດກາບໍ່ໃຫ້ມີການສວຍໂອ ກາດຂຶ້ນລາຄາສິນຄ້າ ແລະ ຜູ້ ປະກອບການເກັບຄ່າຝາກລົດ ເກີນກຳນົດຄື: ລົດຈັກ 5.000 ກີບ ແລະ ລົດໃຫຍ່ 15.000ກີບ/ຄັນ, ເຊິ່ງໄດ້ຕັ້ງຄະນະສະ ເພາະກິດລົງກວດກາຢ່າງເຂັ້ມ ງວດ, ພ້ອມດຽວກັນນັ້ນຫາກ ພົບເຫັນຜູ້ລະເມີດເກັບຄ່າຝາກ ລົດທີ່ສູງກວ່າລາຄາກຳນົດ ດັ່ງກ່າວແມ່ນໃຫ້ແຈ້ງມາຍັງ ຫ້ອງການຄະນະກຳມະການ ຈັດງານບຸນຊ່ວງເຮືອ ເຊິ່ງຕັ້ງຢູ່ ເຂດພຶ້ນທີ່ສວນເຈົ້າອານຸວົງ ເຊິ່ງຈະລົງໄປກວດສອບຖ້າພົບ ເຫັນແມ່ນຈະດຳເນີນມາດຕະ ການຢ່າງເຂັ້ມງວດຕໍ່ຜູ້ຝ່າຝືນ./.
+ ເມືອງມຸນລະປາໂມກຈັດບຸນຊ່ວງເຮືອປະເພນີດ້ວຍບັນຍາກາດຟົດ ຟື້ນມ່ວນຊື່ນ2017/
+ ມຊ ຊີ້ແຈງກໍລະນີຜູ້ສຳປະທານສວຍໂອກາດເກັບ ຄ່າຝາກລົດຈັກລາຄາ 5.000 ກີບ ໃນມື້ສອບເສັງເຂົ້າ ມຊ2018/