ເປແອສເຊ ພ້ອມທຸ້ມເຕັມທີ່ ເພື່ອດຶງ ກຣີຊມັນ ຮ່ວມທີມ
ໂອເຄ ດິອາຣິໂອ ສື່ຂອງສະເປນ ລາຍງານວ່າ: ປາຣີ ແຊງແຊກແມງ ກຽມຍື່ນຂໍຊື້ ອ໊ອງຕວນ ກຣີຊມັນ ດາວຍິງ ແອດເລຕິໂກ ມາດຣິດ ດ້ວຍເງິນ 150 ລ້ານຢູໂຣ ໂດຍທາງ ເປແອສເຊ ຈະໃຫ້ຄ່າເມື່ອຍປີລະ 35 ລ້ານຢູໂຣ.
ປາຣີ ແຊງແຊກແມງ ຍອດສະໂມສອນແຫ່ງເວທີ ລີກ ເອິງ ຝຣັ່ງ ກຽມຈະຍື່ນຂໍ້ສະເໜີເປັນຈຳນວນ 150 ລ້ານຢູໂຣ ເພື່ອຂໍຊື້ ອ໊ອງຕວນ ກຣີຊມັນ ກອງໜ້າຄົນເກັ່ງຂອງ ແອດເລຕິໂກ ມາດຣິດ ມາຮ່ວມທີມ.
ໃນຕອນນີ້ ເປແອສເຊ ກຳລັງຢ້ານວ່າອາດຈະຕ້ອງເສຍ ເນມາ ຫລື ເອດິນສັນ ຄາວານີ ຄົນໃດຄົນໜຶ່ງໃນອະນາຄົດ ແລະ ຖ້າໃນກໍລະນີຮ້າຍແຮງທີ່ສຸດ ອາດຕ້ອງເສຍທັງ 2 ຄົນ ເຊິ່ງເຮັດໃຫ້ພວກເຂົາເລີ່ມເບິ່ງຫາດາວຍິງຄົນໃໝ່ທັນທີ.
ທັງນີ້ ເງິນຈຳນວນ 150 ລ້ານຢູໂຣ ຖືວ່າເທົ່າກັບຄ່າຈີກສັນຍາຂອງ ກຣີຊມັນ ພໍດີ ໂດຍທີມມະຫາເສດຖີແຫ່ງຖິ່ນ ປາຣກ ເດສ ແພຣັງ ຈະໃຫ້ຄ່າເມື່ອຍຫົວຫອກທີມຊາດຝຣັ່ງສູງເຖິງ 35 ລ້ານຢູໂຣຕໍ່ປີ.