ເຊລຊີ ເຮ ອາລອນໂຊ ຕໍ່ສັນຍາຮອດປີ 2023
October 24, 2018 - 4:59 PM
ເຊລຊີ ຍັກໃຫຍ່ແຫ່ງ ພຣີເມຍລີກ ອັງກິດ ໄດ້ຮັບຂ່າວດີຫລັງ ມາກອສ ອາລອນໂຊ ແບັກຊ້າຍຄົນເກັ່ງຂອງທີມ ເຊັນຂະຫຍາຍສັນຍາເຕະໃນຖິ່ນ ສແຕມຟອດ ບຣິດ ອອກໄປຮອດປີ 2023 ຮຽບຮ້ອຍແລ້ວ, ຫລັງດາວເຕະຊາວສະເປນ ເຊິ່ງຍ້າຍຈາກ ຟິອໍເຣນຕິນາ ມາຮ່ວມທີມໃນປີ 2016 ນັ້ນ ສ້າງຜົນງານໄດ້ຢ່າງດີຢ້ຽມ ຈົນຢຶດຕຳແໜ່ງແບັກຊ້າຍຕົວຫລັກຂອງທີມຢູ່ໃນເວລານີ້.
ດາວເຕະໄວ 27 ປີ ເຊິ່ງຍິງ 14 ປະຕູກັບອີກ 7 ແອສຊິສ ໃນການລົງຫລິ້ນເກມລີກໃຫ້ກັບ ເຊລຊີ 64 ນັດນັ້ນ ກ່າວວ່າ: ຂ້ອຍມີຄວາມສຸກຫລາຍທີ່ໄດ້ຢູ່ບ່ອນນີ້ຕໍ່ ແລະ ໄດ້ລົງຫລິ້ນໃຫ້ກັບໜຶ່ງໃນທີມດີທີ່ສຸດໃນໂລກຕໍ່ໄປ. ຜ່ານມາຖືເປັນໄລຍະເວລາ 2 ລະດູການທີ່ດີຫລາຍ ແລະ ຂ້ອຍຫວັງວ່າຂ້ອຍຈະມີໄລຍະເວລາທີ່ດີກັບສະໂມສອນຕໍ່ໄປເລື້ອຍໆ.