ເຄິ່ງທຳອິດປີນີ້ ກຳປູເຈຍສົ່ງອອກ ເສື້ອຜ້າເພີ່ມຂຶ້ນກວ່າ 10%

ເຄິ່ງທຳອິດປີນີ້ ກຳປູເຈຍສົ່ງອອກ ເສື້ອຜ້າເພີ່ມຂຶ້ນກວ່າ 10% - 1540367028649 960x0 - ເຄິ່ງທຳອິດປີນີ້ ກຳປູເຈຍສົ່ງອອກ ເສື້ອຜ້າເພີ່ມຂຶ້ນກວ່າ 10%
ເຄິ່ງທຳອິດປີນີ້ ກຳປູເຈຍສົ່ງອອກ ເສື້ອຜ້າເພີ່ມຂຶ້ນກວ່າ 10% - kitchen vibe - ເຄິ່ງທຳອິດປີນີ້ ກຳປູເຈຍສົ່ງອອກ ເສື້ອຜ້າເພີ່ມຂຶ້ນກວ່າ 10%

​ໄລຍະ​ເຄິ່ງທຳ​ອິດ​ຂອງ​ປີ​ນີ້ ກຳປູ​ເຈຍ​ສົ່ງ​ອອກ​​ເສື້ອຜ້າ​ເພີ່ມ​ຂຶ້ນ 10,73% ​ແລະ ຄາດ​ວ່າ​ໄລຍະ​ເຄິ່ງຫລັງ​ຂອງ​ປີ ຈະ​ຂະຫຍາຍຕົວ​ແຂງ​ແກ່ນ​ເຊັ່ນ​ກັນ, ​ເຖິງ​ວ່າ​ສະຫະພາບ​ເອີຣົບ (EU) ຂູ່​ຈະ​ຍົກ​ເລີກ​ສິດ​ພິ​ເສດ​ສົ່ງ​ອອກ​ໂດຍ​ບໍ່​ເສຍ​ພາສີ.

ກະຊວງ​ການ​ຄ້າ​ກຳປູ​ເຈຍ ​ເປີ​ດ​ເຜີຍ​ຕົວ​ເລກ​ສົ່ງ​ອອກ​ເສື້ອຜ້າ ​ໃນ​ວັນ​ທີ 24 ຕຸລາ​ນີ້​ວ່າ: ​ໄລຍະ 6 ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້​ສົ່ງ​ອອກ​ໄດ້ 3.200 ລ້ານ​ໂດ​ລາ​ສະຫະລັດ ​ເພີ່ມ​ຂຶ້ນຈາກ 2.900 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ໄລຍະ​ດຽວ​ກັນ​ຂອງ​ປີ​ກ່ອນ. ສະ​ເພາະ​ສົ່ງ​ອອກ​ໄປ EU ​ແລະ ອາ​ເມ​ລິ​ກາ​ເພີ່ມ​ຂຶ້ນ 6,03% ​ເປັນ 1.900 ລ້ານ​ໂດ​ລາ​ສະຫະລັດ ​ແລະ 16,49% ​ເປັນ​ຫລາຍ​ກວ່າ 1.000 ລ້ານ​ໂດ​ລາ​ສະຫະລັດ ຕາມ​ລຳດັບ. ​ເສື້ອຜ້າ​ເປັນ​ອຸດສາຫະກຳ​ຈ້າງ​ວຽກ​ຫລາຍ​ທີ່​ສຸດ​ໃນ​ກຳປູ​ເຈຍ ຍອດ​ສົ່ງ​ອອກ​ເສື້ອຜ້າ​ຄິດ​ເປັນ 40% ຂອງ​​ເສດຖະກິດ​ປະ​ເທດ.

ເຄິ່ງທຳອິດປີນີ້ ກຳປູເຈຍສົ່ງອອກ ເສື້ອຜ້າເພີ່ມຂຶ້ນກວ່າ 10% - Visit Laos Visit SALANA BOUTIQUE HOTEL - ເຄິ່ງທຳອິດປີນີ້ ກຳປູເຈຍສົ່ງອອກ ເສື້ອຜ້າເພີ່ມຂຶ້ນກວ່າ 10%

ສະມາຄົມ​ຜູ້​ຜະລິດ​ເສື້ອຜ້າກຳປູ​ເຈຍ​ໝັ້ນ​ໃຈ​ວ່າ: ຍອດ​ສົ່ງ​ອອກ​ເສື້ອຜ້າ​ໄລຍະ 6 ​ເດືອນ​ສຸດ​ທ້າຍ​ຂອງ​ປີ​ນີ້ ຈະ​ແຂງ​ແກ່ນ ​ເພາະ​ໄດ້​ຮັບ​ຄຳ​ສັ່ງ​ຊື້ນັບ​ແຕ່​ເດືອນ​ສິງຫາ ​ແລະ ກັນຍາ​ໃນ​ໄລຍະ​ທີ່​ມີ​ຂ່າວ EU ຂູ່​ຈະ​ຍົກ​ເລີກ​ຂໍ້​ລິ​ເລີ່​ມ “ທຸກ​ຢ່າງ​ຍົກ​ເວັ້ນອາວຸດ (EBA)” ທີ່​ໃຫ້​ປະ​ເທດ​ດ້ອຍ​ພັດທະນາ​ສົ່ງ​ອອກ​ສິນຄ້າ​ທຸກ​ຊະນິດ​ຍົກ​ເວັ້ນອາວຸດ​ເຂົ້າ EU ​ໂດຍ​ບໍ່​ມີ​ພາສີ ​ແລະ ບໍ່​ມີ​ໂກ​ຕ້າ. EBA ​ເປັນ​ສ່ວນ​ໜຶ່ງ​ຂອງ​ລະບົບ​ສິດພິ​ເສດ​ທາງ​ພາສີ​ອາກອນ​ທົ່ວ​ໄປ (GSP). EU ​ໄດ້​ເລີ່​ມຂະ​ບວນກາ​ນຢ່າງ​ເປັນ​ທາງ​ການ​ແລ້ວ​ໃນ​ເດືອນ​ນີ້ ​ເພື່ອ​ປະຕິບັດ​ຕາມ​ຄຳ​ຂູ່ ພາຍຫລັງ​ກຳປູ​ເຈຍ​ມີ​ການ​ເລືອກ​ຕັ້ງ​ໃນ​ເດືອນ​ກໍລະກົດ ທີ່​ນາຍົກລັດຖະມົນຕີ ຮຸນ​ເຊ​ນ ​ໄດ້​ດຳລົງ​ຕຳ​ແໜ່​ງຕໍ່ ​ແລະ ພັກ​ປະຊາຊົນ​ກຳປູ​ເຈຍຂອງ​ທ່ານ​ໄດ້​ບ່ອນ​ນັ່ງ​ໃນ​ສະພາ​ທັງ​ໝົດ.

ເຄິ່ງທຳອິດປີນີ້ ກຳປູເຈຍສົ່ງອອກ ເສື້ອຜ້າເພີ່ມຂຶ້ນກວ່າ 10% - 3 - ເຄິ່ງທຳອິດປີນີ້ ກຳປູເຈຍສົ່ງອອກ ເສື້ອຜ້າເພີ່ມຂຶ້ນກວ່າ 10%
ເຄິ່ງທຳອິດປີນີ້ ກຳປູເຈຍສົ່ງອອກ ເສື້ອຜ້າເພີ່ມຂຶ້ນກວ່າ 10% - 4 - ເຄິ່ງທຳອິດປີນີ້ ກຳປູເຈຍສົ່ງອອກ ເສື້ອຜ້າເພີ່ມຂຶ້ນກວ່າ 10%
ເຄິ່ງທຳອິດປີນີ້ ກຳປູເຈຍສົ່ງອອກ ເສື້ອຜ້າເພີ່ມຂຶ້ນກວ່າ 10% - 5 - ເຄິ່ງທຳອິດປີນີ້ ກຳປູເຈຍສົ່ງອອກ ເສື້ອຜ້າເພີ່ມຂຶ້ນກວ່າ 10%