ການສຶກສາເພື່ອອະນາຄົດ: ຂໍ້ຄິດຈາກສິງກະໂປ
ວ່າໄປແລ້ວຄົນສິງກະໂປເປັນຄົນຮຽນໜັງສືຢ່າງເຂັ້ມຂຸ້ນທີ່ສຸດໃນຫຼາຍທົດສະຫວັດຜ່ານມາ ເພື່ອຈະເປັນອັນດັບໜຶ່ງໃນຫ້ອງຮຽນ ແຕ່ມາຮອດປັດຈຸບັນສິ່ງດັ່ງກ່າວຈະກາຍເປັນອາດີດໄປແລ້ວ.
ສິງກະໂປກຳລັງຄິດຄຳນວນຄືນວ່າ ຈຳເປັນຫຼືບໍ່ ທີ່ຈະພັກດັນ ຫຼື ເຖິງຂັ້ນບັງຄັບໃຫ້ລູກຫຼານເຮົາໃນຂັ້ນປະຖົມ ແລະມັດທະຍົມ ຈົມປັກຢູ່ກັບຄວາມຄິດທີ່ວ່າ ຂ້ອຍຕ້ອງເປັນທີໜຶ່ງຂອງຫ້ອງ ຈາກຄະແນນການສອບເສັງເພາະວ່າ ສິ່ງທັງໝົດ ທີ່ປະຕິບັດຜ່ານມານັ້ນມັນອາດເປັນທີ່ສູນເປົ່າທີ່ຈະສ້າງໃຫ້ ເດັກນ້ອຍ ມີຄວາມເປັນອິດສະຫຼະ ປາສະຈາກຄວາມກົດດັນ ຫັນມາເປັນຄົນຜູ້ເຊິ່ງມີຫົວຄິດປະດິດສ້າງ ຫຼາຍກວ່າມຸ່ງໜ້າເອົາແຕ່ຄະແນນ.
ເພາະສະນັ້ນ, ນັບແຕ່ ປີ 2019 ເປັນຕົ້ນໄປ ລັດຖະບານສິງກະໂປ ປະກາດເລີຍວ່າ ນັກຮຽນປະຖົມ ປີ ທີ ໑ ແລະ ໒ ຈະບໍ່ມີການສອບເສັງອີກຕໍ່ໄປ ແລະ ຫ້ອງໃຫຍ່ກວ່ານັ້ນ ກໍຈະໄດ້ຮຽນໃນສະພາບແວດລ້ອມທີ່ການແຂ່ງຂັນເອົາຄະແນນຫຼຸດລົງ, ທ່ານ ອົງ ເຢ ກຸງ (Ong Ye Kung) ລັດຖະມົນຕີ ກະຊວງສຶກສາ ຂອງສິງກະໂປເວົ້າຢ່າງຈະແຈ້ງເລີຍວ່າ “ການຮຽນຮູ້ ບໍແມ່ນການແຂ່ງຂັນ” , ພ້ອມນັ້ນ ກະຊວງສຶກສາຂອງ ສິງກະໂປ ຍັງມີແຜນຫຼາຍຢ່າງທີ່ຈະປ່ຽນແປງ ເພື່ອຊຸກຍູ້ໃຫ້ຫຼຸດຜ່ອນ ການແຂ່ງຂັນຂອງນັກຮຽນຕຶ່ມອີກ.
ເປັນຫຍັງຄືເຮັດແນວນັ້ນ? ລັດຖະບານສິງກະໂປກຳລັງຄິດວ່າຈະເຮັດແນວໃດ ເພື່ອກະກຽມໃຫ້ເດັກນ້ອຍທີ່ເປັນອະນາຄົດຂອງປະເທດເຂົາເຈົ້າ ສາມາດຮັບມືກັບການປ່ຽນແປງ ທາງດ້ານຕະຫຼາດແຮງງານໃນອະນາຄົດນັ້ນເອງ. ລັດຖະບານ ສິງກະໂປ ກຳລັງສຸມໃສ່ ການສ້າງທັກສະ (soft skills) ທີ່ຜູ້ຂຽນແປແບບກົງໆວ່າ “ທັກສະທີ່ນຸ່ມນວນ” ເຊິ່ງໃນນີ້ ຮວມມີ ຄວາມສາມາດ ໃນການຕັດສິນໃຈ, ການເປັນຜູ້ນຳ, ການແກ້ໄຂບັນຫາ ຕ່າງໆ ເຊິ່ງອັນນີ້ ແມ່ນສອດຄ່ອງກັບ ການວິເຄາະ ຂອງ ເວທີເສດຖະກິດໂລກ (Worl Economic Forum) ທີ່ເພິ່ນໄດ້ແນະນຳ ທັກສະທີ່ຈຳເປັນ ເພື່ອຕອບສະໜອງວຽກງານໃນອະນາຄົດ ໂດຍເພິ່ນລະບຸຈະແຈ້ງໃນບົດລາຍງານ ວ່າດ້ວຍ ວຽກໃນອະນາຄົດ ທີ່ຕີພິມໃນປີ 2018.
ທັກສະທີ່ວ່ານີ້ຮວມມີ ການວິເຄາະບັນຫາ ແລະມີຫົວຄິດປະດິດສ້າງ, ການຮຽນຮູ້ສິ່ງໃໝ່ ຢ່າງສະໝ່ຳສະເໝີ, ມີແນວຄິດສ້າງສັນ ແລະລິເລີ່ມສິ່ງໃໝ່, ສາມາດຄົ້ນຄິດຢ່າງເລິກເຊິ່ງ ແລະແກ້ໄຂບັນຫາ ທີ່ສັບສົນໄດ້, ການເປັນຜູ້ນຳພາທີ່ດີ ແລະມີຄວາມສາມາດສົ່ງເສີມສັງຄົມໄປໃນທາງທີ່ດີ, ມີຄວາມສະຫຼາດທາງດ້ານອາລົມ ດັ່ງນີ້ເປັນຕົ້ນ.
ໃນປັດຈຸບັນ ກະຊວງສຶກສາ ສິງກະໂປໄດ້ມີທິມງານສະເພາະກິດເພື່ອການປ່ຽນແປງ ທັດສະນະຄະຕິ ຈາກການຮຽນເກັ່ງໆ ເສັງໄດ້ຄະແນນດີ ມີລຳດັບທີຕົ້ນໆຂອງຫ້ອງ, ຈາກການທີ່ຢາກເຮັດວຽກນຳລັດ, ທະນາຄານ ແລະເປັນແພດໝໍ ຫັນມາຮຽນຮູ້ ບົດຮຽນຕົວຈິງທີ່ສາມາດໃຊ້ໄດ້ ກັບສະພາບການປ່ຽນແປງໃໝ່ ໂດຍນຳໃຊ້ທັກສະທີ່ນຸ່ມນວນດັ່ງກ່າວ ເພື່ອປ່ຽນແປງ ໂສມໜ້າເສດຖະກິດ, ຫັນທິດເປັນຜູ້ນຳຫຼາຍຂຶ້ນ.
ເພາະສະນັ້ນ, ມັນກໍຫາກເປັນປະໂຫຍດບໍ່ໜ້ອຍທີ່ພວກເຮົາຈະຄິດທົບທວນຄືນໃນລະບົບການສຶກສາພວກເຮົາ ເຊິ່ງອາດຈະບໍ່ສະເພາະແຕ່ ແກ້ໄຂບັນຫາ ການອ່ານອອກ ຂຽນໄດ້ຢ່າງຄ່ອງແຄ່ວ ຫຼື ການສ້າງສີມືແຮງງານໃຫ້ແກ່ເດັກນ້ອຍ ໄວໜຸ່ມພວກເຮົາ ແລ້ວລະ, ການສ້າງທັກສະ ໃນການແກ້ໄຂບັນຫາ, ການເປັນຜູ້ນຳພາ ແລະລິເລີ່ມ, ມີຫົວຄິດປະດິດສ້າງ ເພື່ອການປ່ຽນແປງຂອງໂລກນັ້ນ ພວກເຮົາບໍ່ອາດພູມໃຈຢ່າງເຕັມປ່ຽມວ່າ ລູກຫຼານພວກເຮົາເສັງໄດ້ ທີໜຶ່ງ ຫຼື ໄດ້ຄະແນນສູງໆ ແຕ່ການຮຽນຮູ້ທັກສະຊີວິດ ທີ່ສາມາດນຳໃຊ້ໄດ້ກັບສະພາບຕົວຈິງ ແມ່ນມີຄວາມຈຳເປັນຂຶ້ນນັບມື້.