ເມີເຣ-ບູຊາດ ຕົກຮອບ, ນາດາລ-ຢໍໂຄວິດ ດຜ່ານເຂົ້າຮອບ 8 ຄົນສຸດທ້າຍເຕັນນິສ ມູຕົວ ມາດຣິດ ໂອເພນ

ການແຂ່ງຂັນເຕັນນິສ ເອທີ ພີທົວ ແລະ ດັບເບິລຢູທີເອທົວ ລາຍການ “ມູຕົວ ມາດຣິດ ໂອ ເພນ” ທີ່ນະຄອນມາດຣິດ ປະ ເທດສະເປນ ໃນປະເພດຊາຍ ດ່ຽວຮອບ 3 ແອນດີ ເມີເຣ ມື ວາງອັນດັບ 1 ຂອງໂລກ ແລະ ຂອງລາຍການຈາກ ສະຫະຣາ ຊະອານາຈັກ ພາດທ່າເສຍພິກ ລ໊ອກໃຫ້ ບໍນາ ໂຄວິດ 2-0 ເຊັດ 3-6, 3-6. ຕົກຮອບໄປຢ່າງພິກ ຄວາມຄາດໝາຍ.
ສ່ວນ ຣາຟາເອລ ນາດາລ ອະດີດມືວາງອັນດັບ 1 ຂອງໂລກ ຈາກ ສະເປນ ທີ່ກຳລັງຮ້ອນແຮງ ເອົາຊະນະ ນິກ ຄີກໍອອສ ມືວາງ ອັນດັບ 16 ຂອງລາຍການຈາກ ອອສເຕຣເລຍ 2-0 ເຊັດ 6-3, 6-1. ຜ່ານເຂົ້າສູ່ຮອບ 8 ຄົນ ສຸດທ້າຍໄດ້ສຳເລັດ ເຊັ່ນດຽວກັບ ໂນວັກ ຢໍໂຄວິດ ອະດີມືວາງອັນ ດັບ 1 ຂອງໂລກຈາກ ເຊີເບຍ ທີ່ເອົາຊະນະນັກເຕັນນິສເຈົ້າຖິ່ນ ຢ່າງ ເຟລິເຊຍໂນ ໂລເປດ 2-0 ເຊັດ 6-4, 7-5. ຜ່ານເຂົ້າຮອບ ກ່ອນຮອງຊະນະເລີດໄປພົບກັບ ເຄອິ ນິຊິໂກຣິ ມືວາງອັນດັບ 6 ຂອງລາຍການຈາກ ຢິ່ປຸ່ນ ທີ່ຄວ້າ ໄຊເໜືອ ດາບິດ ເຟເຣ ຈາກ ສະເປນ 2-0 ເຊັດ 6-4,6-3.
+ ສ່ວນຜົນແຂ່ງຂັນຄູ່ອື່ນໆ ມີດັ່ງນີ້:
– ໂດມິນິກ ທຽມ 2-1 ເຊັດ ກຣິກໍ ດິມິຕຣອຟ 4-6, 6-4, 7-6.
– ອະເລັກຊານເດີ ຊະເວ ເຣຟ 2-0 ເຊັດ ໂທມັສ ເບີດິດ 6-4, 6-4.
-ພາໂບລ ຄູເອວາສ 2-1 ເຊັດ ເບີນົວ ແປ 7-5, 0-6, 6-1.
-ດາວິດ ກອຟແຟງ 2-0 ເຊັດ ມິລອສ ຣາໂອນິກ 6-4, 6-2.
ສ່ວນປະເພດຍິງດ່ຽວຮອບກ່ອນຮອງຊະນະເລີດ ຢູນິຈີ ບູ ຊາດ ສາວງາມຈາກ ແຄນາດາ ທີ່ຮອບກ່ອນໜ້ານີ້ເອົາຊະນະ ຊາຣາໂປວາ ນັກເຕັນນິສສາວ ຄົນດັງຈາກ ຣັດເຊຍ ມາໄດ້ນັ້ນ ແຕ່ຮອບນີ້ພາດທ່າປາລາໄຊຕໍ່ ສະເວດລານາ ຄຸດເນດໂຊວາ ມື ວາງອັນດັບ 8 ຂອງລາຍການ ຈາກ ຣັດເຊຍ 2-0 ເຊັດ 4-6, 0-6. ຕົກຮອບໄປທ່າມກາງ ຄວາມຜິດຫວັງຂອງກອງເຊຍ ເຕັນນິສທົ່ວ ໂລກ.
+ ສ່ວນຜົນແຂ່ງຂັນຄູ່ອື່ນໆ ມີດັ່ງນີ້:
– ຄຣິສຕິນາ ມະລາເດໂນ ວິດ 2-0 ເຊັດ ໂຊຣານາ ເຄສເຕຍ 6-4, 6-4.
– ຊິໂມນາ ຮາເລບ 2-0 ເຊັດ ໂຄໂຄ ແວນເດີເວກ 6-1, 6-1.
– ອະນາສຕາຊິຍາ ເຊວາສ ໂຕວາ 2-0 ເຊັດ ກິກີ ເບີເທນ 6-3, 6-3.