ຈີນ-ຍີ່ປຸ່ນ ຮ່ວມມືເພີ່ມທະວີ ການຮ່ວມມືທາງການຄ້າຄັ້ງໃຫຍ່
ລັດຖະບານປັກກິ່ງ ແລະ ລັດຖະບານໂຕກຽວ ກຽມຂະຫຍາຍຂອບການຮ່ວມມືທາງການຄ້າ ແລະ ເສດຖະກິດ ມູນຄ່າ 2.600 ລ້ານໂດລາ ໃນໂອກາດທີ່ນາຍົກລັດຖະມົນຕີຍີ່ປຸ່ນ ຢ້ຽມຢາມຈີນເປັນເທື່ອທຳອິດໃນຮອບ 7 ປີ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ນາຍົກລັດຖະມົນຕີ ຫລີ ເຄີ້ສຽງ ແລະ ນາຍົກລັດຖະມົນຕີ ຊິນໂຊ ອາເບະ ຮ່ວມເປັນສັກຂີພິຍານໃນພິທີລົງນາມບັນທຶກຄວາມເຂົ້າໃຈ (MOU) ເພື່ອສົ່ງເສີມການຮ່ວມມືດ້ານການຄ້າ ແລະ ການລົງທຶນລະດັບທະວີພາຄີສູງເຖິງ 500 ສະບັບ ລວມມູນຄ່າປະມານ 2.600 ລ້ານໂດລາສະຫະລັດ.
ທັງນີ້, ການເດີນທາງຢ້ຽມຢາມນະຄອນຫລວງປັກກິ່ງຂອງທ່ານ ອາເບະ ເປັນໄປຕາມຄຳເຊີນຂອງທ່ານ ຫລີ ເຄີ້ສຽງ ເຊິ່ງຢ້ຽມຢາມນະຄອນຫລວງໂຕກຽວໃນເດືອນພຶດສະພາຜ່ານມາ ເນື່ອງໃນໂອກາດປີນີ້ຖືເປັນວາລະຄົບຮອບ 40 ປີ ສົນທິສັນຍາສັນຕິພາບ ແລະ ມິດໄມຕີລະຫວ່າງທັງສອງປະເທດ.