ກະຕໍ້ທີມຊາດລາວ ຝຶກຊ້ອມ ຫວັງສ້າງຜົນງານເດັ່ນ ມ ອາຊຽນ
ນັກກິລາກະຕໍ້ທີມຊາດລາວ ຝຶກຊ້ອມຢ່າງຕໍ່ເນື່ອງເພື່ອຫວັງສ້າງຜົນງານເດັ່ນອີກຄັ້ງໃນການແຂ່ງຂັນງານມະຫາໄລອາຊຽນ ( ມ.ອາຊຽນ) ຄັ້ງທີ 19 ທີ່ປະເທດມຽນມາ ຈະຈັດຂຶ້ນໃນທ້າຍປີນີ້.
ທ້າວ ໜຸ່ມ ສຸວັນນະດີ ນັກກິລາກະຕໍ້ທີມຊາດລາວ ທີ່ຍາດໄດ້ຫລຽນຄໍາງານແຂ່ງຂັນກະຕໍ້ຊີງແຊ້ມໂລກຄັ້ງທີ 33 ປະເທດໄທ ໃຫ້ສໍາພາດວ່າ: ປັດຈຸບັນພວກເຮົາໄດ້ຝຶກຊ້ອມຢ່າງຕໍ່ເນື່ອງ ພາຍຫລັງເຂົ້າຮ່ວມການແຂ່ງຂັນກະຕໍ້ຊີງແຊ້ມໂລກ ຄັ້ງທີ 33 ທີ່ປະເທດໄທເປັນເຈົ້າພາບ ຈັດຂຶ້ນທ້າຍເດືອນກັນຍາຜ່ານມານີ້ ເຊິ່ງການຝຶກຊ້ອມຂອງພວກເຮົາໄດ້ເລີ່ມແຕ່ 15:00-18:00 ໂມງແລງທຸກໆມື້ ຢູ່ວິທະຍາເຂດດົງໂດກ. ນອກຈາກນັ້ນ ຍັງເຂົ້າຮ່ວມການແຂ່ງຂັນໃນງານຕ່າງໆ ໂດຍສະເພາະງານບຸນອອກພັນສາທີ່ແຂວງຂອນແກ່ນປະເທດໄທ, ທັງນີ້ ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນມະຫາໄລອາຊຽນ (ມ.ອາຊຽນ) ຄັ້ງທີ 19 ທີ່ປະເທດມຽນມາ ຈະເປັນເຈົ້າພາບ ເຊິ່ງຈະຈັດຂຶ້ນລະຫວ່າງວັນທີ 10-19 ທັນວານີ້.
ສໍາລັບການແຂ່ງຂັນກະຕໍ້ຊີງແຊ້ມໂລກ ທີມຊາດລາວ ສາມາດຍາດໄດ້ 1 ຫລຽນຄໍາ, 2 ຫລຽນເງິນ, 1 ຫລຽນທອງ.