ມາສເຕີ ເອັຟຊີ ຄັດເລືອກ U15 ແລະ U18 ໄດ້ແລ້ວ
ທ້າຍອາທິດຜ່ານ ທີ່ເດີ່ນກິລາບານລາວ, ສະໂມສອນ ມາສເຕີ 7 ເອັຟຊີ ໄດ້ຄັດເລືອກນັກກິລາບັນຈຸເຂົ້າສະໂມສອນລຸ້ນອາຍຸບໍ່ເກີນ 15 ປີ ແລະ 18 ປີ ຫລື U15 ແລະ U18 ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນບານເຕະລຸ້ນເຍົາວະຊົນ ທີ່ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຈະຈັດຂຶ້ນໃນທ້າຍເດືອນນີ້.
ທ່ານ ສຸກສະຫວັນ ບົວຫອມ ຄະນະຮັບຜິດຊອບຄັດເລືອກນັກກິລາສະໂມສອນ ມາສເຕີ 7 ເອັຟຊີ ໃຫ້ສໍາພາດວ່າ: ການຄັດເລືອກຄັ້ງນີ້ ພວກເຮົາໄດ້ຄັດເລືອກທັງສອງລຸ້ນໄປພ້ອມກັນ. ຜ່ານການຄັດເລືອກເຫັນວ່າມີນັກກິລາເຂົ້າຮ່ວມເປັນຈໍານວນຫລວງຫລາຍ ໂດຍສະເພາະ U15 ມີນັກກິລາເຂົ້າຮ່ວມຄັດເລືອກທັງໝົດ 65 ຄົນ ແຕ່ພວກເຮົາຄັດເລືອກເອົາພຽງ 25 ຄົນເທົ່ານັ້ນ, ສ່ວນ U18 ມີນັກກິລາເຂົ້າຮ່ວມຄັດເລືອກທັງໝົດ 57 ຄົນ ແຕ່ພວກເຮົາຄັດເອົາພຽງ 25 ຄົນເຊັ່ນດຽວກັນ, ທັງນີ້ເພື່ອກະກຽມນັກກິລາເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນລຸ້ນອາຍຸບໍ່ເກີນ 15 ປີ ( LFF U-15 League 2018) ແລະ ລຸ້ນອາຍຸບໍ່ເກີນ 18 ປີ (LFF U-18 League) ໃນທ້າຍເດືອນນີ້.
ປັດຈຸບັນສະໂມສອນ ມາສເຕີ ເອັຟຊີ ຝຶກຊ້ອມນັກກິລາທຸກໆວັນຈັນ-ເສົາ ເວລາ 16:00-18:00 ໂມງແລງ ຢູ່ສະໜາມກິລາບານລາວ ບ້ານດອນກອຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ແລະ ເດີ່ນກິລາມາສເຕີ ຫລັກ 14.