ໄວຣັດ WannaCry ເອີ້ນຄ່າໄຖ່ໂຈມຕີຄອມພີວເຕີ້ໄປແລ້ວ 99 ປະເທດ

- wannacry ransomware decrypt unlock files - ໄວຣັດ WannaCry ເອີ້ນຄ່າໄຖ່ໂຈມຕີຄອມພີວເຕີ້ໄປແລ້ວ 99 ປະເທດ
- kitchen vibe - ໄວຣັດ WannaCry ເອີ້ນຄ່າໄຖ່ໂຈມຕີຄອມພີວເຕີ້ໄປແລ້ວ 99 ປະເທດ

ລະບົບຄອມພິວເຕີ້ຂອງບໍລິສັດ ແລະ ອົງກອນສຳຄັນໃນ 99 ປະເທດທົ່ວໂລກຖືກ ເມວແວທີ່ຊື່ວ່າ WannaCry ເຂົ້າປິດລັອກລະບົບ ແລະ ຮ້ອງຄ່າໄຖ່ເປັນເງິນ 300 ໂດລາ ຫລື ປະມານ 2,5ລ້ານກິບ ຈຶ່ງຈະເປີດລັອກໃຫ້.

ຜູ້ຊ່ຽວຊ່ານເຊື່ອວ່າເມວແວນີ້ເປັນໂປແກມທີ່ຄິດຄົ້ນໂດຍສຳນັກງານຄວາມຫມັ້ນຄົງແຫ່ງຊາດເອເມລິກາ ( NSA ) ແຕ່ໄດ້ຖືກເຈາະ ແລະເສຍຂໍ້ມູນໃຫ້ທາງໄຊ້ເບີ ຊື່ວ່າ Shadow Brokers ໃນຕົ້ນເດືອນເມສາທີ່ຜ່ານມາ.

- Visit Laos Visit SALANA BOUTIQUE HOTEL - ໄວຣັດ WannaCry ເອີ້ນຄ່າໄຖ່ໂຈມຕີຄອມພີວເຕີ້ໄປແລ້ວ 99 ປະເທດ
- Visit Laos Visit SALANA BOUTIQUE HOTEL - ໄວຣັດ WannaCry ເອີ້ນຄ່າໄຖ່ໂຈມຕີຄອມພີວເຕີ້ໄປແລ້ວ 99 ປະເທດ

ປະເທດທີ່ຖືກເມວແວ WannaCry ໂຈມຕີນັ້ນລວມມີ ອາເມລິກາ, ຈີນ, ສະເປນ, ອີຕາລີ, ໄຕ້ຫວັນ ແລະ ອື່ນໆ. ໂດຍບໍລິສັດ Avast ຊຶ່ງຊ່ຽວຊ່ານດ້ານຄວາມປອດໄພທາງໄຊເບີ້ລາຍງານວ່າ ພົບກໍລະນີການໂຈມຕີດ້ວຍເມວແວນີ້ເຖິງ 75,000 ກໍລະນີທົ່ວໂລກ ໂດຍເມວແວຈະເຈາະເຂົ້າລະບົບ Windows ທີ່ມີ Bug ໂດຍໃຊ້ອຸປະກອນຜ່ານອ່ອນລາຍ ແຜ່ລາມ ransomware. ເມື່ອຕິດເມວແວນີ້ແລ້ວຄົນນຳໃຊ້ຈະຍັງບໍ່ທັນຮູ້ສຶກຕົວແຕ່ມັນຈະໃຊ້ເວລາໃດຫນຶ່ງ ແລະ ຈະປອບອັບຫນ້າຕ່າງຂຶ້ນໂດຍແຈ້ງວ່າຄອມພິວເຕີ້ຕິດລັອກ ແລະ ຢາກເປີດລັອກ ຫລື ກູ້ຂໍ້ມູນຄືນຕ້ອງຈ່າຍ 300 ໂດລາ  ຫລັງຈາກ 3 ວັນຖ້າຍັງບໍ່ມີຈ່າຍເງິນລະບົບກໍ່ຈະເພີ່ມເງິນຄ່າໄຖ່ເປັນທົບເຄີ່ງ ແລະ ຫລັງຈາກ 7 ວັນຍັງບໍ່ການຊຳລະລະບົບເມວແວໂຕນີ້ຈະລຶບຂໍ້ມູນທັນທີ.

ຊຶ່ງເວລານີ້ໃນການປ້ອງກັນ ທາງບໍລິສັດ Microsoft ໄດ້ອອກໂປຣແກຣມ ອັບເດດເພື່ອປ້ອງກັນການໂຈມຕີຂອງເມວແວໂຕນີ້. ບໍ່ຄວນເປີດອີເມວທີ່ແປກປອມ, ບໍ່ຄວນເປີດລິ້ງ ທີ່ມີລັກສະນະຊັກຊວນ ຫລື ມີການລົງທະບຽນ, ດາວໂຫລດ ແລະ ອັບເດດໂປຣແກຣມຂ້າໄວຣັດ.

https://www.youtube.com/watch?v=kzAB9iWf5Q4

- 5 - ໄວຣັດ WannaCry ເອີ້ນຄ່າໄຖ່ໂຈມຕີຄອມພີວເຕີ້ໄປແລ້ວ 99 ປະເທດ
- 3 - ໄວຣັດ WannaCry ເອີ້ນຄ່າໄຖ່ໂຈມຕີຄອມພີວເຕີ້ໄປແລ້ວ 99 ປະເທດ
- 4 - ໄວຣັດ WannaCry ເອີ້ນຄ່າໄຖ່ໂຈມຕີຄອມພີວເຕີ້ໄປແລ້ວ 99 ປະເທດ