ລາວ-ຈີນ ເພີ່ມການຮ່ວມມືຂະແໜງທະນາຄານ
ໃນປັດຈຸບັນນີ້, ສປປ ລາວ ແລະ ສປ ຈີນ ສືບຕໍ່ຍຶດໝັ້ນທິດທາງ “ໝັ້ນຄົງຍາວນານ, ມິດຕະພາບຖານບ້ານໃກ້ເຮືອນຄຽງ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານ” ແລະ ຈິດໃຈ “ເພື່ອນບ້ານທີ່ດີ, ໝູ່ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ” ເຊິ່ງທິດທາງ ແລະ ຈິດໃຈດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ໂດຍສະເພາະໃນຂະແໜງການທະນາຄານ ກໍ່ໄດ້ມີການຮ່ວມມືກັນຢ່າງຕັ້ງໜ້າ; ຫຼ້າສຸດ ໃນວັນທີ 22 ຕຸລາ 2018 ນີ້, ທ່ານ ສອນໄຊ ສິດພະໄຊ ກຳມະການສຳຮອງສູນກາງພັກ, ຮັກສາການຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ກໍ່ໄດ້ໃຫ້ກຽດປຶກສາຫາລື ແລະ ຮັບການລາຍງານສະພາບການຈັດຕັ້ງປະຕິບັດການຮ່ວມມືດ້ານທະນາຄານຈາກຜູ້ແທນທະນາພັດທະນາແຫ່ງຊາດຈີນ (CDB) ເຊິ່ງນຳໂດຍທ່ານ ຊູ ຢວນ (Xu Yuan) ຫົວໜ້າກົມຄຸ້ມຄອງການບໍລິການທະນາຄານ, ທະນາພັດທະນາແຫ່ງຊາດຈີນ ພ້ອມຄະນະ ທີ່ນະຄອນຫຼວງວຽງຈັນ.
ໃນໂອກາດດັ່ງກ່າວ; ທ່ານຮັກສາການຜູ້ວ່າການ ທຫລ ໄດ້ຕີລາຄາສູງຕໍ່ການຮ່ວມມືຢ່າງຕັ້ງໜ້າລະຫວ່າງຂະແໜງການທະນາຄານຂອງ ສປປ ລາວ ແລະ ສປ ຈີນ, ລະຫວ່າງທະນາຄານກາງຂອງ 2 ປະເທດ ໂດຍສະເພາະລະຫວ່າງທະນາຄານແຫ່ງ ສປປ ລາວ ແລະ ທະນາພັດທະນາແຫ່ງຊາດຈີນໃນໄລຍະຜ່ານມາ ເຊິ່ງໄດ້ນຳເອົາຄວາມສຳເລັດຕົວຈິງມາໃຫ້ທັງ 2 ຝ່າຍ ໃນນີ້ກໍ່ແມ່ນ ທຫລ ແລະ ທັງ 2 ຝ່າຍຍັງຢືນຢັນທີ່ຈະສືບຕໍ່ໃຫ້ການຮ່ວມມືກັນຫຼາຍກ່ວາເກົ່າ; ພ້ອມນັ້ນ ຍັງໄດ້ປຶກສາຫາລືກັນຫຼາຍດ້ານ ເປັນຕົ້ນແມ່ນທາງຝ່າຍຈີນຈະສະໜອງເງິນກູ້ທີ່ນຳໃຊ້ເຂົ້າໃນພາກວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງກາງຂອງລາວໃນເວລາມໍ່ໆນີ້; ຜົນຄືບໜ້າ ແລະ ສຳເລັດຂອງໂຄງການ LAPS ເຊິ່ງເປັນໂຄງການຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ມູນຄ່າ 56 ລ້ານ ຢວນ ເພື່ອຊ່ວຍພັດທະນາລະບົບການຊຳລະໃຫ້ແກ່ລັດຖະບານ ສປປ ລາວ ໂດຍ ທຫລ ເປັນເຈົ້າໂຄງການ ເຊິ່ງໄດ້ດຳເນີນງານຕົວຈິງມາແຕ່ເດືອນພະຈິກ 2015 ຫາ ເດືອນຕົ້ນເດືອນທັນວາ 2018 ແລະ ທັງຝ່າຍ ສປ ຈີນ ຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອໂຄງການດັ່ງກ່າວ ໄລຍະ 2 ຕື່ມອີກ.
ໂຄງການ LAPS ແມ່ນມີຄວາມສຳຄັນຫຼາຍໃນລະບົບການເງິນ-ເງິນຕາ ເຊິ່ງໂຄງການດັ່ງກ່າວຝ່າຍຈີນໄດ້ສະໜອງສືບຕໍ່ການບໍລິການໃນການບຳລຸງຮັກສາເປັນເລາ 3 ປີ (ແຕ່ວັນທີ 1 ທັນວາ 2015 ຫາ ວັນທີ 1 ທັນວາ 2018) ໃຫ້ແກ່ ທຫລ ເຊິ່ງປະກອບດ້ວຍການສະໜັບສະໜູນທາງດ້ານຄ່າໃຊ້ຈ່າຍການໃຫ້ບໍລິການບຳລຸງຮັກສາລະບົບວັດຖຸອຸປະກອນຕ່າງໆ ຫຼື Hardware, ການມອບສິດນຳໃຊ້ລະບົບໂປຣແກຼມ ຫຼື Software ແລະ ການສະໜັບສະໜູນດ້ານເຕັກນິກຕ່າງໆ; ການກວດສອບ ແລະ ການປະເມີນລະບົບໃນຄັ້ງນີ້ ຖືວ່າເປັນການກວດສອບຄັ້ງສຸດທ້າຍກ່ອນຈະມອບໃຫ້ແກ່ ທຫລ ຢ່າງຂາດຕົວນັບແຕ່ເດືອນທັນວາ 2018 ເປັນຕົ້ນໄປ.
ລະບົບ LAPS ເປັນລະບົບອຳນວຍຄວາມສະດວກໃຫ້ແກ່ມວນຊົນ ສາມາດນຳໃຊ້ສສິນເຊື່ອ (Credit card) ແລະ ບັດເງິນຝາກ (Debit card) ໃນການເຮັດທຸລະກຳຢູ່ ATM/CDM ເຊັ່ນ: ກວດຍອດເງິນຝາກໃນບັນຊີ, ຝາກ-ຖອນ ເງິນສົດ, ໂອນເງິນພ້ອມທັງຊຳລະສິນຄ້າ ແລະ ຄ່າບໍລິການຕ່າງໆຢູ່ເຄື່ອງ POS/EDC ຂອງທະນາຄານທຸລະກິດອື່ນທີ່ເປັນສະມາຊິກຂອງ LAPS ໄດ້.