ແຟນເລສເຕີອາໄລປະທານສະໂມສອນ
ແຟນບານສະໂມສອນ ເລສເຕີ ຊິຕີ້ ເອົາດອກໄມ້, ຜ້າພັນຄໍ ແລະ ເສື້ອທີມໄປວາງໄວ້ໜ້າສະໜາມຄິງ ພາວເວີ ສະເຕດ້ຽມ ໄວ້ອາໄລໃຫ້ແກ່ທ່ານ ວິໄຊ ສີວັດທະນະປະພາ ປະທານສະໂມສອນ ທີ່ເສຍຊີວິດເພາະເຮລິກົບແຕຕົກໃກ້ສະໜາມໃນວັນທີ 27 ຕຸລາ.
ແຟນສະໂມສອນຍັງຫລັ່ງໄຫລມາສະແດງຄວາມເສຍໃຈ ແລະ ຂອບໃຈທ່ານ ວິໄຊ ນັບແຕ່ຍັງບໍ່ມີການຢືນຢັນຂ່າວການເສຍຊີວິດຈົນກະທັ້ງມີການຢືນຢັນແລ້ວ. ຜູ້ຍິງຄົນໜຶ່ງເອົາຊໍ່ດອກໄມ້ສີຟ້າຂາວ ເຊິ່ງເປັນສີຂອງສະໂມສອນມາວາງອາໄລ. ແຟນສະໂມສອນໄວ 55 ປີ ກ່າວວ່າ: ທ່ານ ວິໄຊ ເຮັດໃຫ້ ເລສເຕີ ເປັນທີ່ຮູ້ຈັກ ບໍ່ແມ່ນສະໂມສອນນ້ອຍໆອີກຕໍ່ໄປ. ແຟນສະໂມສອນໄວ 68 ປີ ກ່າວວ່າ: ເປັນແຟນ ເລສເຕີ ມາກວ່າ 60 ປີ, ທ່ານ ວິໄຊ ເປັນເຈົ້າຂອງສະໂມສອນທີ່ດີທີ່ສຸດເທົ່າທີ່ເຄີຍມີມາ.
Leicester City fans have been laying flowers outside the stadium where the helicopter came down of club owner Vichai Srivaddhanaprabha.
For more on the story: https://t.co/1yjDmmRTBC pic.twitter.com/rQir27W7Nc
— Sky News (@SkyNews) October 28, 2018
ແຟນສະໂມສອນທີ່ມາໄວ້ອາໄລເປັນຄົນທຳອິດ ພ້ອມຜ້າພັນຄໍຄຳວ່າ ແຊມປ້ຽນ ກ່າວວ່າ: ບໍ່ຮູ້ຄືກັນວ່າຈະເກີດຫຍັງຂຶ້ນຫລັງຈາກສະໂມສອນສູນເສຍປະທານໄວ 60 ປີຄົນນີ້ ເພາະທ່ານໄດ້ເຮັດຫລາຍຢ່າງນັບແຕ່ຊື້ສະໂມສອນໃນປີ 2010. ແຟນອີກຄົນກ່າວວ່າ: ເຊື່ອວ່າແຟນ ເລສເຕີ ທົ່ວໂລກຮູ້ສຶກສູນເສຍຄືກັນ ເພາະທ່ານມີຄວາມໝາຍຕໍ່ສະໂມສອນຢ່າງຍິ່ງ.
‘Not long ago we were all here crying for a different reason… it’s heartbreaking’: Leicester City fans react to the helicopter crash outside the club’s stadium yesterday https://t.co/YFe5CL6Eg4 pic.twitter.com/Vn5tXcyPfd
— ITV News (@itvnews) October 28, 2018