Epson ເປີດຕົວຜະລິດຕະພັນເຄື່ອງພິມແບບໃໝ່ Eco-Tank
ໃນວັນທີ 29 ຕຸລານີ້, ເອັບສັນ (Epson) ໄດ້ເປີດຕົວຜະລິດຕະພັນເຄື່ອງພິມແບບໃໝ່ ອີໂຄແທັງ (EcoTank) ແລະ ເປີດຕົວໂປຣເຈັກເຕີເລເຊີ ເພື່ອຄວາມບັນເທິງ ແລະ ການສຶກສາ, ເນັ້ນຄວາມເປັນຜູ້ນຳເຄື່ອງພິມອິ້ງເຈັດ, ມີຄວາມທົນທານ, ກຸ້ມຄ່າ, ລາຄາປະຢັດ ແລະ ຕອບຄວາມຕ້ອງການຂອງຜູ້ຊົມໃຊ້ໄດ້ຢ່າງສົມບູນແບບຕໍ່ທຸກບໍລິສັດ.
ໂອກາດນີ້, ທ່ານ ຢັນຢົງ ມຸນີມົງຄົນທອນ ຜູ້ອຳນວຍການຝ່າຍຂາຍ ແລະ ການຕະຫຼາດຂອງບໍລິສັດ ເອັບສັນ (ປະເທດໄທ) ຈຳກັດ ໃຫ້ຮູ້ວ່າ: ເອັບສັນ ເປັນຜູ້ຜະລິດແຫ່ງທຳອິດທີ່ໄດ້ນຳເອົາເຄື່ອງພິມອິ້ງເຈັດແທ້ ໂດຍໄດ້ສ້າງເຄື່ອງພິມຮູບແບບໃໝ່ ທີ່ເອິ້ນວ່າ EcoTank ຫຼື Economical Tank ເພື່ອເນັ້ນໄປທີ່ປະສິດທິພາບ, ລາຄາປະຢັດ ແລະ ມີຄວາມທົນທານ. ສຳລັບຜະລິດຕະພັນເຄື່ອງພິມແບບໃໝ່ຈາກ L-series ແລະ M- series ມີ 5 ລຸ້ນຄື: EcoTank L3110, L3150, M1100, M1120 ແລະ M2140 ເຄື່ອງພິມດັ່ງກາວນີ້ບໍ່ໄດ້ໃຊ້ກ່ອງມຶກແບບເກົ່າ, ໂຄ້ງກະທັດຮັດ ແລະ ປະຢັດພື້ນທີ່ດ້ວຍການອອກແບບພິເສດ ຈະເຮັດໃຫ້ບໍ່ມີການເຮ່ຍ ຫຼື ລົ້ນເວລາຕື່ມນໍ້າມຶກ ດ້ວຍລະບົບຄວາມດັນພາຍໃນ ທີ່ປ້ອງກັນບໍ່ໃຫ້ນໍ້າມຶກໄຫຼຍ້ອນຄືນ ພ້ອມທັງປ້ອງກັນການຕື່ມມຶກໃສ່ຜິດສີອີກດ້ວຍ ເພາະໄດ້ສ້າງກ່ອງມຶກແຕ່ລະສີໃຫ້ມີການເປີດທີ່ແຕກຕ່າງກັນ ໃຫ້ຮັບຮອງສະເພາະສີທີ່ຖືກຕ້ອງເທົ່ານັ້ນ ແລະ ທັງ 5 ລຸ້ນໃໝ່ນີ້ ເໝາະສຳລັບຫ້ອງການຂະໜາດນ້ອຍ ແລະ ທຸລະກິດຂະໜາດນ້ອຍ ທີ່ມີການພິມຈຳນວນຫຼາຍ, ຕ້ອງການຄວບຄຸມງົບປະມານການພິມ, EcoTank L-series ມາພ້ອມກັບຊຸດມຶກ 4 ສີ ເຊິ່ງແຕ່ລະຊຸດສາມາດພິມຂາວດຳໄດ້ເຖິງ 4500 ໜ້າ ແລະ ພິມສີໄດ້ເຖິງ 7500 ໜ້າ, ຮັບປະກັນອາຍຸການໃຊ້ງານ 2 ປີ ແລະ EcoTank M- series ສາມາດພິມຂາວດຳໄດ້ເຖິງ 6000 ໜ້າ ພ້ອມທັງຮັບປະກັນ 4 ປີ.
EcoTank M- series ລຸ້ນ M2140 ເປັນເຄື່ອງພິມຂາວດຳ, ມີຟັງຊັນຫຼາກ ຫຼາຍ, ລະອຽດຄົມຊັດ, ປະສິດທິພາບສູງ ແລະ ມີຄວາມໄວສູງ ສາມາດພິມດ້ວຍຄວາມໄວ 20 ipm (ຮູບຕໍ່ນາທີ) ດ້ວຍຄວາມລະອຽດ 1200 X 2400 dpi, ສາມາດພິມແບບສອງໜ້າໄດ້ອັດຕະໂນມັດ ແລະ ມີຟັງຊັນການພິມບາໂຄດ ທີ່ໃຫ້ແຖວແນວຕັ້ງທີ່ມີຄຸນນະພາບຄືກັບເຄື່ອງເລເຊີ, ລຸ້ນ M1100 ແລະ M1120 ສາມາດພິມດ້ວຍຄວາມໄວ 15 ipm ແລະ ເຊື່ອມຕໍ່ WiFi ໄດ້. ສຳລັບ EcoTank L-series ລຸ້ນ L3110, L3150 ເປັນເຄື່ອງພິມຟັງຊັນຫຼາກຫຼາຍ ທີ່ມີການພິມ 4 ສີ ແລະ ການພິມແບບບໍ່ມີຂອບທີ່ມີຂະໜາດເຖິງ 4R ສຳລັບການພິມຮູບ ແລະ ພິເສດ L3150 ສາມາດສັ່ງພິມຜ່ານ WiFi ຈາກອຸປະກອນເຖິງ 8 ເຄື່ອງໂດຍໃຊ້ WiFi Direct ໄດ້.