ແຜ່ນດິນໄຫວຢູ່ອີຣານ ເສຍຊີວິດ 2 ຄົນ ບາດເຈັບເກືອບ 400 ຄົນ

ເຕຮາຣານ 14 ພຶດສະພາ: ສື່ທາງການອີຣານລາຍງານວ່າ: ເກີດແຜ່ນດິນໄຫວຂະໜາດ 5,7 ຣິກເຕີ ທາງຊາຍແດນອີຣານຕິດກັບຕວັກເມນິດສະຖານ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ແລະ ບາດເຈັບເກືອບ 400 ຄົນ ສົ່ງຜົນໃຫ້ເກີດຄວາມເສຍຫາຍເປັນບໍລິເວນກວ້າງ.
ສຳນັກຂ່າວອິສນາລາຍງານອ້າງສູນສຶກສາແຜ່ນດິນໄຫວອີຣານພົບວ່າ: ແຜ່ນດິນໄຫວເກີດຂຶ້ນເມື່ອເວລາປະມານ 01:00 ໂມງ ວັນທີ 14 ພຶດສະພາ ຕາມເວລາຢູ່ລາວ ທັງຢູ່ໃນ ແລະ ອ້ອມເມືອງບອດເຈິດ ຂອງແຂວງໂກຣາຊານເໜືອ ເຮັດໃຫ້ຜູ້ຍິງອາຍຸ 54 ປີ ແລະ ຍິງສາວອີກຄົນໜຶ່ງເສຍຊີວິດ ຍັງມີຜູ້ບາດເຈັບອີກ 370 ກວ່າຄົນ ແລະ ກໍ່ໃຫ້ເກີດຄວາມເສຍຫາຍເຖິງ 40 ຂອງອາຄານບ້ານເຮືອນໃນພື້ນທີ່ດັ່ງກ່າວ. ສຳນັກງານສຳຫລວດທໍລະນີວິທະຍາອາເມລິກາລະບຸຕົວເລກແຜ່ນດິນໄຫວອີຣານລະດັບ 5,8 ຣິກເຕີ ແລະ ຢູ່ເລິກລົງໄປ 12,5 ກິໂລແມັດ ໂດຍສູນກາງແຜ່ນດິນໄຫວຢູ່ຫ່າງໄປພຽງ 50 ກິໂລແມັດ ຈາກຊາຍແດນຕິດກັບຕວັກເມນິດສະຖານ.