ຕວກກີເປີດສະໜາມບິນໃໝ່ ຫວັງຂຶ້ນແທ່ນໃຫຍ່ທີ່ສຸດໃນໂລກ
ຕວກກີເປີດສະໜາມບິນແຫ່ງໃໝ່ ໂດຍຕັ້ງເປົ້າໃຫ້ເປັນສະໜາມບິນຂະໜາດໃຫຍ່ທີ່ສຸດໃນໂລກ. ຂະນະທີ່ເມັກຊິກກໍມີຄວາມຄືບໜ້າ ຫລັງປະຊາຊົນລົງປະຊາມະຕິ ໃຫ້ຢຸດການກໍ່ສ້າງສະໜາມບິນແຫ່ງໃໝ່ ທີ່ສ້າງໄປແລ້ວ 1 ໃນ 3.
Turkish President Erdogan has opened Istanbul's new international airport. It is slated to become the world's biggest airport when fully operational in 2028 pic.twitter.com/Q4wABil4x4
— TRT World (@trtworld) October 30, 2018
ປະທານາທິບໍດີ ເຣເຈຟ ທາຍຍິບ ແອໂດອັນ ຂອງຕວກກີ ໄດ້ເປັນປະທານເປີດສະໜາມບິນແຫ່ງໃໝ່ ໃນນະຄອນອິດຕັນບູນ ໃນວາລະຄົບຮອບ 95 ປີຂອງການສ້າງຕັ້ງສາທາລະນະລັດຕວກກີ, ຄາດວ່າໃນທ້າຍປີນີ້ ສະໜາມບິນແຫ່ງໃໝ່ຈະທົດແທນສະໜາມບິນສາກົນອາຕາເຕິກ ໂດຍຈະຮອງຮັບຜູ້ໂດຍສານໄດ້ 90 ລ້ານຄົນຕໍ່ປີໃນໄລຍະທຳອິດ ແລະ ພາຍໃນໄລຍະ 10 ປີ ຈະຮອງຮັບຜູ້ໂດຍສານໄດ້ເຖິງ 200 ລ້ານຄົນຕໍ່ປີ.
ຂະນະທີ່ເມັກຊິກ, ຫລັງປະຊາຊົນລົງປະຊາມະຕິໃຫ້ຢຸດການກໍ່ສ້າງສະໜາມບິນແຫ່ງໃໝ່ ໃນນະຄອນຫລວງເມັກຊິກ ຊິຕີ້ ທີ່ສ້າງສຳເລັດແລ້ວ 1 ໃນ 3. ປະທານາທິບໍດີ ເອັນຣິເກ ເປຢາ ນີໂຕ ຂອງເມັກຊິກ ກ່າວວ່າ: ການກໍ່ສ້າງຈະດຳເນີນຕໍ່ໄປຈົນກວ່າວາລະການດຳລົງຕຳແໜ່ງຂອງທ່ານສິ້ນສຸດລົງທ້າຍເດືອນພະຈິກນີ້ ແລະ ກ່າວອີກວ່າ: ການຍົກເລີກການກໍ່ສ້າງ ອາດເຮັດໃຫ້ລັດຖະບານຕ້ອງຊຳລະເງິນລ່ວງໜ້າສຳລັບພັນທະບັດວົງເງິນ 6.000 ລ້ານໂດລາ ທີ່ລະດົມທຶນສຳລັບຄ່າກໍ່ສ້າງ. ຂະນະທີ່ມີສຽງວິຈານວ່າ: ການຕັດສິນໃຈຍົກເລີກອາດກະທົບຕໍ່ຄວາມເຊື່ອໝັ້ນຂອງນັກລົງທຶນ, ແຕ່ທ່ານ ໂລເປ ໂອບຣາດໍ ວ່າທີ່ປະທານາທິບໍດີຄົນໃໝ່ ເຊິ່ງກຽມຈະເຂົ້າຮັບຕຳແໜ່ງຕໍ່ຈາກທ່ານ ເອັນຣິເກ ເປຢາ ກ່າວວ່າ: ນັກລົງທຶນໃນໂຄງການສະໜາມບິນແຫ່ງໃໝ່ຈະໄດ້ຮັບຄຸ້ມຄອງ.