ເອລີນ້າ ສະວິໂຕລີນ້າ ນັກເທັນນິສຢູເຄຣນ ຄວ້າແຊ້ມ WTA Finals 2018
October 30, 2018 - 6:04 PM
ເອລີນ້າ ສະວິໂຕລີນ້າ (Elina Svitolina) ນັກເທັນນິສຍິງ ໄວ 24 ປີ ສ້າງປະຫວັດສາດເປັນຄົນທຳອິດຂອງປະເທດຢູເຄຣນ (ອູເກຣນ) ສາມາດຄວ້າແຊ້ມເທັນນິສຍິງລາຍການໃຫຍ່ທ້າຍປີ WTA Finals 2018 ທີ່ເມືອງຄາວລາງ ປະເທດສິງກະໂປ ໃນອາທິດຜ່ານມາ ເປັນລາຍການທີ່ຄັດເອົານັກເທັນນິສຍິງ ທີ່ມີອັນດັບ 1 ໃນ 8 ຂອງໂລກມາພົບກັນ ເພື່ອຊີງຄວາມເປັນໜຶ່ງທ້າຍປີ.
ໃນຮອບຊີງຊະນະເລີດ ເອລີນ້າ ສະວິໂຕລີນ້າ ມື 6 ຂອງລາຍການ ເອົາຊະນະ ສະລ້ວດ ສະຕີເຟັນ (Sloane Stephens) ນັກເທັນນິສຊາວອາເມລິກາ ມື 5 ຂອງລາຍການ 2-1 ເຊັດ: 3-6, 6-2, 6-2 ຮັບຂັນແຊ້ມ ພ້ອມເງິນລາງວັນ 2.209.000 ໂດລາສະຫະລັດ.