ອົງການສຸພານິມິດມອບປຶ້ມອ່ານໃຫ້ໂຮງຮຽນ 2 ແຫ່ງຢູ່ເມືອງອາດສະພອນ
May 14, 2017 - 2:38 PM
ວັນທີ 10 ພຶດສະພາຜ່ານມານີ້, ອົງການສຸພານິດໄດ້ມອບ ປຶ້ມອ່ານ ແລະ ອຸປະກອນຮັບໃຊ້ ຫ້ອງອ່ານໃຫ້ໂຮງຮຽນ ປະຖົມ ບຶງຜະເນາະ ແລະ ໂຮງຮຽນປະຖົມນາປອດເມືອງອາດສະພອນ ແຂວງສະຫວັນນະເຂດ ເຊິ່ງປະກອບມີ: ປຶ້ມອ່ານຈຳນວນ 9 ແກັດ, ຕູ້ໃສ່ປຶ້ມ 14 ໜ່ວຍ, ຕັ່ງເກ 4 ໜ່ວຍ, ຕັ່ງຢາງ 20 ໜ່ວຍ, ໂຕະ 4 ໜ່ວຍ, ສາດ 6 ຜືນ ແລະ ອື່ນໆອີກເພື່ອແນໃສ່ສ້າງເງື່ອນໄຂໃຫ້ນັກຮຽນໄດ້ສຶກສາຮຽນຮູ້ ເພື່ອນຳມາພັດທະນາການສຶກສາຂອງ ຕົນມີຄຸນນະພາບດີຂຶ້ນ.