ບຸນທາດຫລວງຢ່າໃຫ້ມີການສວຍໂອກາດເກັບຄ່າຝາກລົດເກີນກຳນົດ
ໂດຍ: ທ່ຽງທຳ
ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ກໍດັ່ງພວກເຮົາໄດ້ ຮັບຮູ້ນຳກັນແລ້ວວ່າສະພາບ ປັ້ນປ່ວນທີ່ສຸດໃນງານບຸນອອກ ພັນສາປະວໍລະນາ ແລະ ຊ່ວງ ເຮືອປະເພນີ ທີ່ທ່າວັດຈັນ ນັ້ນ ແມ່ນຜູ້ປະກອບການຮັບຝາກ ລົດຕ່າງໆ ຢູ່ບໍລິເວນງານບຸນ ດ່ັງກ່າວສວຍໂອກາດຂຶ້ນລາຄາ ໂດຍລຳພັງຈົນຄະນະຮັບຜິດ ຊອບຈັດງານກໍບໍ່ສາມາດຄຸ້ມ ຄອງໄດ້ຄື: ລາຄາຝາກລົດຈັກ ທາງການກຳນົດ 5.000 ກີບ ຕໍ່ຄັນແຕ່ຜູ້ປະກອບການເກັບ ສູງເຖິງ 10-15 ພັນກີບ, ລົດ ໃຫຍ່ 10.000 ກີບເກັບຂຶ້ນ ເປັນ 20-25 ພັນກີບ, ອັນໄດ້ ສ້າງພາບພົດບໍ່ດີ ແລະ ກໍໃຫ້ ເກີດມີຫາງສຽງສັງຄົມ.
ດັ່ງນັ້ນຍັງອີກບໍ່ດົນງານບຸນນະມັດສະການພະທາດ ຫລວງກໍຈະໝູນວຽນມາຮອດ ແລ້ວ ແລະ ກໍເປັນງານໃຫຍ່ ລະດົມຊາດອີກງານໜຶ່ງ, ໂດຍ ຈະມີຜູ້ມາທ່ຽວຊົມເປັນຈຳ ນວນຫລາຍນັບທັງແຂກພາຍ ໃນ ແລະ ຕ່າງປະເທດກໍຈະເພີ່ມ ທະວີຂຶ້ນເພາະງານບຸນທາດ ຫລວງປີນີ້ ມັນກໍພໍດີກັບງານ ສົ່ງເສີມປີທ່ອງທ່ຽວລາວ ອີກດ້ວຍ.
ພາບປະກອບ
ເຊິ່ງນອກຈາກການຄົບງັນທາງສາສະໜາແລ້ວກໍຈະມີ ຫລາຍກິດຈະກຳອື່ນໆ ອີກເຊັ່ນ: ໃນມື້ເລີ່ມຕົ້ນກໍຈະມີຂະບວນ ແຫ່ຜາສາດເຜິ້ງ, ງານວາງ ສະແດງສິນຄ້າ, ງານສິລະປະ ການສະແດງຕ່າງໆ ແລະ ໃນມື້ສຸດທ້າຍກໍຈະມີພິທີຕັກບາດຖວາຍສັງຂະທານຂະໜາດໃຫຍ່, ການແຂ່ງຂັນຕີຄີ ຂອງເບື້ອງລັດຖະບານ ແລະ ປະຊາຊົນອັນເປັນປະເພນີງົດງາມໜຶ່ງໃນງານບຸນດັ່ງກ່າວ.
ພາບປະກອບ
ດັ່ງນັ້ນການເພີ່ມທະວີຄຸ້ມຄອງຈັດສັນຄວາມເປັນລະບຽບຮຽບຮ້ອຍ, ການເອົາໃຈ ໃສ່ດ້ານສຸຂະອະນາໄມ, ການຄວບຄຸມລາຄາສິນຄ້າ ແລະ ຄ່າບໍລິການຕ່າງໆ ໂດຍສະ ເພາະແມ່ນການຄຸ້ມຄອງລາ ຄາຝາກລົດແມ່ນຈະຕ້ອງໄດ້ ເຮັດຢ່າງຈິ່ງຈັງເພື່ອສະກັດ ກັ້ນ ບໍ່ໃຫ້ມີປະກົດການສວຍ ໂອກາດຂຶ້ນລາຄາຝາກລົດ ຢ່າງຄວບຄຸມບໍ່ໄດ້, ດັ່ງຢູ່ບຸນ ອອກພັນສາທ່າວັດຈັນ ແລະ ອື່ນໆ. ເພື່ອບໍ່ໃຫ້ມີຫາງສຽງ ສັງຄົມເກີດຂຶ້ນ.