ເຊລຊີ ກຽມເດີນໜ້າຄວ້າ ຊູໂຊ່ ເພີ່ມຄວາມເກັ່ງຊ່ວງປີໃໝ່

ເຊລຊີ ກຽມເດີນໜ້າຄວ້າ ຊູໂຊ່ ເພີ່ມຄວາມເກັ່ງຊ່ວງປີໃໝ່ - news201811011222954 - ເຊລຊີ ກຽມເດີນໜ້າຄວ້າ ຊູໂຊ່ ເພີ່ມຄວາມເກັ່ງຊ່ວງປີໃໝ່
ເຊລຊີ ກຽມເດີນໜ້າຄວ້າ ຊູໂຊ່ ເພີ່ມຄວາມເກັ່ງຊ່ວງປີໃໝ່ - kitchen vibe - ເຊລຊີ ກຽມເດີນໜ້າຄວ້າ ຊູໂຊ່ ເພີ່ມຄວາມເກັ່ງຊ່ວງປີໃໝ່

ເຊລຊີ ກຽມເດີນໜ້າຄວ້າ ຊູໂຊ່ ປີກຄົນເກັ່ງ ເອຊີ ມິລານ ປີໜ້າ ຫລັງນັກເຕະສະເປນໂຊຟອມສຸດເກັ່ງກັບ ເອຊີ ມິລານ ແລະ ເຂົ້າກັບລະບົບການຫລິ້ນຂອງ  ເຊລຊີ ໄດ້ເປັນຢ່າງດີ.

ເຊລຊີ ສະໂມສອນຍັກໃຫຍ່ແຫ່ງ ພຣີເມຍລີກ ຕົກເປັນຂ່າວວ່າອາດຈະເດີນໜ້າຄວ້າ ຊູໂຊ່ ປີກຄົນເກັ່ງ ເອຊີ ມິລານ ສະໂມສອນຍັກໃຫຍ່ແຫ່ງ ກັລໂຊ ເຊເຣຍອາດ ມາເສີມທີມໃນຊ່ວງເປີດຕະຫລາດຊື້-ຂາຍນັກເຕະເດືອນມັງກອນນີ້.

ເຊລຊີ ກຽມເດີນໜ້າຄວ້າ ຊູໂຊ່ ເພີ່ມຄວາມເກັ່ງຊ່ວງປີໃໝ່ - Visit Laos Visit SALANA BOUTIQUE HOTEL - ເຊລຊີ ກຽມເດີນໜ້າຄວ້າ ຊູໂຊ່ ເພີ່ມຄວາມເກັ່ງຊ່ວງປີໃໝ່

ຊູໂຊ່ ເຄີຍຫລິ້ນໃຫ້ ລິເວີພູລ ເປັນເວລາ 3 ປີ ແຕ່ປະສົບຄວາມລົ້ມເຫລວ ກ່ອນຈະຍ້າຍໄປຮ່ວມທີມ ມິລານ ໃນປີ 2015 ແລະ ລາວກໍກ້າວຂຶ້ນມາເປັນໜຶ່ງໃນນັກເຕະຊັ້ນນຳຂອງລີກອີຕາລີຈົນຟອມໄປເຂົ້າຕາຂອງ ເມົາຣິຊິໂອ ຊາຣີ ຜູ້ຈັດການທີມ ເຊລຊີ.

ຫລ້າສຸດເດລີ ສະຕາ ລາຍງານວ່າ: ຊາຣີ ພ້ອມຈະຈ່າຍເງິນ 36,5 ລ້ານປອນ ຕາມເງື່ອນໄຂການປ່ອຍຕົວທີ່ລະບຸເອົາໄວ້ໃນສັນຍາຂອງ ຊູໂຊ່ ເນື່ອງຈາກເບິ່ງວ່ານັກເຕະຊາວສະເປນເໝາະສົມກັບລະບົບການຫລິ້ນຂອງລາວ ເຊິ່ງຈະຊ່ວຍໃຫ້ປັບຕົວເຂົ້າກັບການຫລິ້ນໃນຖິ່ນສະແຕມຟອດ ບຣິດ ໄດ້ເປັນຢ່າງດີ.

ເຖິງຢ່າງໃດກໍຕາມ, ມິລານ ກໍບໍ່ຢາກທີ່ຈະປ່ອຍ ຊູໂຊ່ ອອກໄປ ແລະ ວາງແຜນຈະຈັບດາວເຕະໄວ 24 ປີຕໍ່ສັນຍາສະບັບໃໝ່ ດ້ວຍຄວາມຫວັງວ່າພວກເຂົາຈະສາມາດປ້ອງກັນຄວາມສົນໃຈຈາກບັນດາສະໂມສອນອື່ນໆໄດ້.

ເຊລຊີ ກຽມເດີນໜ້າຄວ້າ ຊູໂຊ່ ເພີ່ມຄວາມເກັ່ງຊ່ວງປີໃໝ່ - 4 - ເຊລຊີ ກຽມເດີນໜ້າຄວ້າ ຊູໂຊ່ ເພີ່ມຄວາມເກັ່ງຊ່ວງປີໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!