ອາເມລິກາເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລາວໃນວຽກງານຕ້ານການຟອກເງິນ
November 4, 2018 - 9:24 PM
ພິທີມອບ-ຮັບອຸປະກອນເຕັກໂນໂລຊີ ເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານການຟອກເງິນຢູ່ ສປປ ລາວ, ເຊິ່ງເປັນການຊ່ວຍເຫລືອຈາກລັດຖະບານສະຫະລັດ ອາເມລິກາ ໄດ້ມີຂຶ້ນໃນທ້າຍອາທິດຜ່ານມານີ້ ທີ່ນະຄອນຫລວງວຽງຈັນ, ໂດຍມີທ່ານເອກອັກຄະລັດຖະທູດອາເມລິກາປະຈໍາລາວ ນາງ ເຣນາ ບິດເຕີ, ທ່ານ ນາງ ແພງສີ ແພງເມືອງ ຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການສະຫະປະຊາຊາດເຂົ້າຮ່ວມ.
ທ່ານທູດອາເມລິກາ ກ່າວວ່າ: ສປປ ລາວ ມີຄວາມຄືບໜ້າດີໃນການປະຕິບັດວຽກງານຕ້ານການຟອກເງິນ ແລະ ລັດຖະບານອາເມລິກາຍີນດີທີ່ຈະຊ່ວຍເຫລືອໃນດ້ານຕ່າງໆ ເພື່ອໃຫ້ວຽກງານດັ່ງກ່າວມີຄວາມເຂັ້ມແຂງ ແລະ ມີປະສິດທິຜົນດີຂຶ້ນ ໃນການຕ້ານກັບພວກອາຊະຍາກອນທີ່ຈະເຂົ້າມາສວຍໃຊ້ຂະແໜງການຂອງລາວ ເພື່ອຟອກເງິນທີ່ໄດ້ຈາກການກະທໍາຜິດກົດໝາຍຕ່າງໆ.